ງານນັດພົບແຮງງານ ໂອກາດປະສົບຜົນສໍາເລັດຫຼັງຮຽນຈົບ

83

ຈະເປັນການດີບໍ່ໜ້ອຍຖ້າສິ່ງທີ່ເຮົາຕ້ອງການມີມາໃຫ້ເລືອກເປັນຈໍານວນຫຼາຍໃນສະຖານທີ່ດຽວ ດັ່ງເຊັ່ນຕະຫຼາດນັດພົບແຮງງານທີ່ຫາກໍປິດລົງໃນທ້າຍອາທິດຜ່ານມາ ເປັນໂອກາດຂອງນ້ອງໆທີ່ວ່າງງານ ແລະ ນັກສຶກສາທີ່ພວມຈົບອອກມາໃໝ່ ໄດ້ມາພິສູດວິຊາທີ່ຕົນຮຽນມາຜ່ານການຂຽນໃບສະໝັກໃນງານດັ່ງກ່າວ.

ທ້າວ ຄຳພາສຸກ ຮຽນຈົບຈາກວິທະຍາໄລການຄ້າ ສາຂາວິຊາທຸລະກິດການຄ້າ ໃຫ້ສຳພາດວ່າ: ງານນັດພົບແຮງງານ ຖືວ່າເປັນກິດຈະກຳໜຶ່ງທີ່ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນຈັດຕັ້ງຂຶ້ນເພື່ອຫາບຸກຄະລາກອນທີ່ຮຽນຈົບສາຍວິຊາທີ່ຕົວເອງຕ້ອງການ ແລະ ເປັນການເປີດກວ້າງໃຫ້ຫຼາຍໆຄົນເຂົ້າມາສະແດງຄວາມຮູ້ – ຄວາມສາມາດຂອງຕົນໃນການແຂ່ງຂັນເຂົ້າເຮັດວຽກຕາມບໍລິສັດ ຫຼື ອົງການຈັດຕັ້ງຂອງລັດໃຫ້ກົງຕາມສາຍຮຽນທີ່ຈົບມາ, ຖືວ່າງານດັ່ງກ່າວແມ່ນມີຄວາມສຳຄັນຕໍ່ກັບນັກສຶກສາຄືພວກນ້ອງທີ່ວ່າສາມາດຫາວຽກ ຫຼື ສາຍງານທີ່ຕົວເອງມັກ ແລະ ຖະໜັດ, ກົງກັບວິຊາທີ່ຕົນເອງຮຽນມາ. ຖ້າໄດ້ເຂົ້າເຮັດວຽກນ້ອງຈະທຸ່ມເທໃສ່ກັບງານນັ້ນຢ່າງເຕັມທີ່, ນອກຈາກຈະໄດ້ສະໝັກວຽກທີ່ຕົນເອງມັກແລ້ວຍັງໄດ້ພົບປະຜູ້ຄົນຫຼາກຫຼາຍ, ບໍລິສັດທີ່ຫຼາກຫຼາຍ, ໄດ້ຮູ້ຄວາມຕ້ອງການຂອງຕະຫຼາດແຮງງານວ່າຕ້ອງການສາຍໃດ ເພື່ອນໍາໄປແນະນໍາຮຸ່ນນ້ອງຕໍ່ໄປ ພ້ອມທັງຮູ້ຂໍ້ເສຍຕົນເອງເວລາສຳພາດງານ, ໄດ້ຮຽນຮູ້ການບໍລິຫານຈັດການຂອງບັນດາບູ໊ດຕ່າງໆ, ການຈັດການສະຖານທີ່, ຄວາມເຂົ້າໃຈຕໍ່ນັກສຶກສາທີ່ຈົບໃໝ່.

ນາງ ກິ່ງກັນຍາ ຄູນພະໄຊ ນັກສຶກສາປີ 3 ສາຂາການທະນາຄານ ສະຖາບັນການທະນາຄານ ກ່າວວ່າ: ຈຸດປະສົງມາງານນັດພົບແຮງງານເພື່ອຢາກໄດ້ຂໍ້ມູນຕະຫຼາດແຮງງານ ເພື່ອນຳໄປໃຊ້ເຂົ້າໃນການສຶກສາ ແລະ ນ້ອງໄດ້ສຶກສາເບິ່ງຕໍາແໜ່ງງານທີ່ຕົນເອງມັກນຳຫຼາຍໆບໍລິສັດ ເຊິ່ງບາງບໍລິສັດຈະສຳພາດສົດເລີຍເຮັດໃຫ້ເຮົາຮູ້ຈຸດອ່ອນ ແລະ ຂໍ້ບົກຜ່ອງຕົວເອງຈະນໍາໄປແກ້ໄຂ ແລະ ກະກຽມພ້ອມມາສະໝັກວຽກເມື່ອເຮົາຮຽນຈົບ. ມາງານຄັ້ງນີ້ຖືວ່າກຸ້ມຄ່າຫຼາຍ ເພາະວ່າມາບ່ອນດຽວໄດ້ທັງຄວາມຮູ້, ໄດ້ສະໝັກວຽກທີ່ຕົນເອງມັກ, ຍັງໄດ້ພົບປະກັບຜູ້ຄົນ, ບັນດາອົງການຈັດຕັ້ງຕ່າງໆ ແລະ ຍັງໄດ້ຂໍ້ມູນໄປນຳໃຊ້ເຂົ້າໃນການຮຽນອີກ.

ທ້າວ ກຸ້ງ ພົມມະຈັນ ອາຍຸ 23 ປີ ຈົບຈາກວິທະຍາໄລເຄວິນ ສາຂາວິຊາອັງກິດທຸລະກິດ ສະແດງທັດສະນະວ່າ: ງານນັດພົບແຮງງານເປັນສິ່ງທີ່ດີທີ່ເຮັດໃຫ້ຄົນທີ່ຕ້ອງການຊອກຫາວຽກສາມາດມາສຶກສາຕິດຕໍ່ພົວພັນເລືອກເຮັດວຽກທີ່ຕົວເອງມັກ ແລະ ເປັນການສ້າງໂອກາດໃຫ້ຫຼາຍໆຄົນ ທັງເປັນການສົ່ງເສີມໃຫ້ຄົນລາວມີວຽກເຮັດງານທຳເຮັດໃຫ້ສັງຄົມມີການພັດທະນາ. ຈາກການເຂົ້າຮ່ວມງານນັດພົບແຮງງານເທື່ອນີ້ນ້ອງໄດ້ເຫັນໂອກາດໃນການເຮັດວຽກຫຼາຍຢ່າງ ທັງເປັນການຮຽນຮູ້ຈາກຄຳແນະນຳຂອງບໍລິສັດທີ່ໃຫ້ ຄວາມຮູ້ກ່ຽວກັບບໍລິສັດຂອງເຂົາເຈົ້າ, ເຮັດໃຫ້ນ້ອງສາມາດເລືອກສະໝັກໃນຕຳແໜ່ງທີ່ນ້ອງມັກ ແລະ ເລືອກບໍລິສັດທີ່ມີຄວາມໜ້າເຊື່ອຖືມີຄວາມໝັ້ນຄົງ.

ນາງ ສົງ ທອງວິໄລລົມ ຮຽນຈົບຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໃຫ້ສຳພາດວ່າ: ປັດຈຸບັນນີ້ນ້ອງໄດ້ເຮັດວຽກຢູ່ໂຮງງານແຫ່ງໜຶ່ງ ແລະ ຢາກປ່ຽນວຽກໃໝ່ທີ່ກົງກັບສາຍທີ່ຕົນເອງຮຽນຈົບມາ, ຢາກເຮັດວຽກທີ່ຕົວເອງຖະໜັດ ແລະ ວຽກທີ່ໝັ້ນຄົງ ນ້ອງຈຶ່ງມາງານນັດພົບແຮງງານຄັ້ງນີ້ ແລະ ໄດ້ພົບສາຍງານທີ່ກົງກັບວິຊາທີ່ຕົວເອງຮຽນຈົບມາ ແລະ ມີອີກຫຼາຍໆວຽກງານທີ່ນ້ອງຢາກເຮັດ ແລະ ຄາດຫວັງວ່າຈະໄດ້ວຽກເຮັດງານທຳທີ່ຕົນເອງມັກ ແລະ ຖະໜັດໃນງານຄັ້ງນີ້.

ນາງ ປະກາຍຝົນ ສີລິສຸກ ນັກສຶກສາຈົບໃໝ່ຈາກຄະນະອັກສອນສາດ ພາກວິຊາພາສາເກົາຫຼີ ມະຫາວິທະຍາໄລແຫ່ງຊາດ ເວົ້າວ່າ: ຖືເປັນຄັ້ງທຳອິດທີ່ໄດ້ມາງານນັດພົບແຮງງານ ນ້ອງມີ ຄວາມຄິດວ່າມັນໄດ້ເປີດໂອກາດຫຼາຍ, ນ້ອງໄດ້ຮູ້ຈັກຫຼາກຫຼາຍບໍລິສັດທີ່ບໍ່ເຄີຍຮູ້ຈັກມາກ່ອນ ແລະ ມີໂອກາດໄດ້ໄປຖາມຂໍ້ມູນກໍເລີຍໄດ້ຄວາມຮູ້ໃໝ່ໆເພີ່ມຂຶ້ນ ເນື່ອງຈາກວ່າມື້ນັ້ນນ້ອງມີເວລາບໍ່ຫຼາຍ ເລີຍໄດ້ສະໝັກໄປແຕ່ຕຳແໜ່ງດຽວ ນັ້ນແມ່ນ Human Resou rces.

ນ້ອງຄິດວ່າການເປັນນັກສຶກສາທີ່ຈົບໃໝ່ບໍ່ມີປະສົບການ ຖ້າໄດ້ເຮັດວຽກໃນຕຳແໜ່ງນີ້ນ້ອງກໍຈະໄດ້ຮຽນຮູ້ວຽກຈາກຫຼາຍໆຝ່າຍ ແລະ ໄດ້ທຳ ຄວາມຮູ້ຈັກກັບພະນັກງານຫຼາຍໆຄົນໄດ້ໄວ ເພື່ອເພີ່ມທັກສະໃນການເຂົ້າສັງຄົມ.

( ບົດ: ແກ້ວ )