ຮູ້ໄວ້! ຜັກຄາວທອງ ມີປະໂຫຍດຫຼາຍກວ່າທີ່ຄິດ

556

ຜັກຄາວທອງ ເປັນພືດພື້ນບ້ານທີ່ພົບເຫັນໄດ້ງ່າຍ ແລະ ຍັງສາມາດປູກຮັບປະທານເອງໄດ້ງ່າຍເຊັ່ນດຽວກັນ, ຜັກຄາວທອງ ສາມາດນຳມາໃຊ້ເປັນຢາສະໝຸນໄພໄດ້ທັງໝົດ ໂດຍນຳມາຕົ້ມເພື່ອດື່ມເປັນເຄື່ອງດື່ມສະໝຸນໄພ ຫຼື ນຳມາປຸງອາຫານສາມາດກິນສົດໆໄດ້ ເຊິ່ງມີສັບພະຄຸນກະຕຸ້ນການສ້າງພູມຄຸ້ມກັນໃນຄົນເຈັບພະຍາດມະເຮັງ. ຍອດ ແລະ ໃບ ມີລິດຕ້ານການອັກເສບ, ຊ່ວຍເຮັດໃຫ້ບາດແຜເຊົາໄວຂຶ້ນ, ຊ່ວຍບຳລຸງຜິວໃຫ້ເບິ່ງໜຸ່ມແໜ້ນສຸຂະພາບດີ.

ຜັກຄາວທອງ ທັງຕົ້ນ, ຮາກ ແລະ ໃບ ສາມາດນຳມາປຸ່ງແຕ່ງເປັນຢາພື້ນເມືອງ ໃນການຮັກສາພະຍາດໄດ້ ເນື່ອງຈາກ ມັນມີລິດໃນການຊວ່ຍຕໍ່ຕ້ານມະເຮັງ, ຢັ້ງການຈະເລີນເຕີບໂຕຂອງເຊລມະເຮັງ ຊວ່ຍບຳບັດຟື້ນຟູໂຣກຄວາມດັນໂລຫິດສູງ, ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ຮັກສາຄວາມສົມດຸນຂອງຮ່າງກາຍ, ຊວ່ຍຮັກສາປະລິມານຂອງແຫຼວໃນຮ່າງກາຍ ແລະ ຮັກສາອາການຫູຊັ້ນກາງອັກເສບ.

ນອກນີ້, ຜັກຄອງທອງ ຍັງຊວ່ຍແກ້ບັນອາການໄອ, ຊ່ວຍກະຕຸ້ນການແບ່ງໂຕຂອງເຊລເມັດເລືອດຂາວຊວ່ຍຮັກສາພາວະພູມແພ້ຫອບຫືດ, ຮັກສາໂຣກຫຼອດລົມອັກເສບ, ໃຊ້ເປັນຍາລະບາຍ ອາຫານບໍ່ຍ່ອຍ ແລະ ຮັກສາໂຣກໜອງໃນ.

ຄຽງຄູ່ກັນນີ້, ຍັງຊ່ວຍໃນການໄຫຼວຽນຂອງເລືອດດີຂຶ້ນ, ຫຼຸດການເກີດພະຍາດຫຼອດເລືອດຫົວໃຈຕີບ, ປ້ອງກັນເສັ້ນເລືອດຝອຍແຕກ, ຕ້ານເຊື້ອແບັກທີເຣຍ, ແກ້ລິດສີດວງທະວານ, ຂັບປັດສະວະ, ຊ່ວຍຫຼຸດຄວາມດັນເລືອດສູງ, ຊ່ວຍຮັກສາບາດແຜໃນກະເພາະ, ຊ່ວຍຢຸດຢັ້ງການຈະເລີນເຕີບໂຕຂອງເນື້ອງອກ ແລະ ຊ່ວຍຕ້ານຄວາມເສື່ອມຂອງຮ່າງກາຍໄດ້.

ຂໍ້ຄວນລະວັງ: ຫ້າມກິນຫຼາຍເກີນໄປອາດເປັນອັນຕະລາຍໄດ້ ຈຶ່ງຄວນກິນໃນປະລິມານທີ່ເໝາະສົມ ແລະ ຄວນກິນສະຫຼັບກັບຜັກຊະນິດອື່ນໆເພື່ອຫຼຸດການສະສົມຂອງສານຫຼາຍເກີນຄວາມຈຳເປັນ.