ພາບວິວທິດທັດ ນະຄອນຫລວງພະບາງ ແນມເບິ່ງຈາກທິດໃຕ້ຂຶ້ນມາ

278

ພາບວິວທິວທັດຂອງນະຄອນຫລວງພະບາງ  ແຂວງຫຼວງພະບາງເບິ່ງຈາກທາງທິດໃຕ້ຂຶ້ນເມືອທາງຕົວເມືອງ ຈະເຫັນຕົວເມືອງໄດ້ຢ່າງແຈ່ມແຈ້ງ.

ໂດຍສະເພາະແມ່ນເຫັນສະໜາມບິນສາກົນຫລວງພະບາງ ເຫັນແມ່ນ້ຳຂອງ ເຫັນພູຜາ ປ່າໄມ້ ທີອ້ອມກອດຕົວເມືອງເຮັດໃຫ້ເມືອງແຫ່ງນີ້ປົກຄອງໄປດ້ວຍສີຂຽວຂອງພືດພັນຕ່າງໆ ສະຫລັບການບ້ານເຮືອນຂອງປະຊາຊົນ ທີບໍ່ສູງ ສົມແລ້ວ ທີໄດ້ເປັນເມືອງມໍລະດົກຂອງໂລກ ແລະໄດ້ຮັບລາງວັນເມືອງທີ່ຫນ້າທ່ອງທ່ຽວຕິດຕໍ່ກັນຫລາຍປີຜ່ານມາ.

ຕົວເມືອງຫລວງພະບາງໃນອະດີດເຄີຍເປັນລາຊະທານີ ເປັນເວລາຫລາຍຮ້ອຍປີ. ແຕ່ກ່ອນ ຫລວງພະບາງ ມີຊື່ວ່າ ເມືອງຊວາ. ຕໍ່ມາ ເມື່ອຂຸນລໍ ເຈົ້າຊີວິດລາວ ຢູ່ເມືອງກາຫລົງ ໜອງແສ ຫລື ພາສາຈີນ ເອີ້ນວ່າ ຕາລີຟູ ໄດ້ພາໄພ່ພົນເຄື່ອນຍ້າຍລົງມາຕັ້ງບ້ານ ເມືອງຢູ່ຕາມລ່ອງ ແມ່ນ້ຳຂອງ ແລະ ຕີເອົາ ເມືອງນີ້ໄດ້ ຈິ່ງເອີ້ນວ່າເມືອງຊຽງທອງ ແລະ ຕັ້ງຂຶ້ນເປັນລາຊະທານີ ແຫ່ງລາຊະອາ ນາຈັກລ້ານຊ້າງ ໃນປີ ຄ.ສ 757.

ມາເຖິງປີ ຄ.ສ 1560 ເຈົ້າໄຊຍະເສດຖາ ເຫັນວ່າເມືອງຊຽງທອງ ມີທີ່ຕັ້ງຄັບແຄບ ທັງຢູ່ໃນເສັ້ນທາງທຽວ ຂອງພະມ້າ ( ມຽນມາ ) ຊຶ່ງເປັນສັດຕູ ກັບເມືອງ ຊຽງທອງ ຈິ່ງເຫັນສົມຄວນຍ້າຍ ລາຊະທານີ ລົງມາຢູ່ວຽງຈັນ ຊຶ່ງເປັນເມືອງໃຫຍ່ ແລະ ມີບ່ອນ ທຳມາຫາກິນສະດວກວ້າງຂວາງ. ເນື່ອງຈາກວ່າພະພຸດທະຮູບອົງສຳຄັນ ອົງໜຶ່ງຄື ພະບາງຍັງຄົງສະຖິດ ຢູ່ທີ່ຊຽງທອງ, ເມືອງ ນີ້ຈິ່ງເອີ້ນວ່າ ນະຄອນຫລວງພະບາງ ນັບແຕ່ນັ້ນເປັນຕົ້ນມາ.

ນະຄອນຫລວງພະບາງ ມີບູຮານສະຖານ ແລະ ວັດ ວາອາຣາມເກົ່າແກ່ຫລາຍຮ້ອຍປີເຊັ່ນ: ວັດວິຊຸນ, ສ້າງຂຶ້ນໃນສະໄໝເຈົ້າ ວິຊຸນ ລະລາດ (ຄ.ສ. 1500), ວັດຊຽງທອງ, ວັດມະໂນລົມ, ວັດແສນ ແລະ ອື່ນໆ.

ການຂຸດພົບເຕົາເຜົາ ແລະ ເຄື່ອງປັ້ນດິນເຜົາທີ່ບ້ານຊ່າງໄຫ ແລະ ເຄື່ອງສັງຄະໂລກ (ເຄື່ອງປັ້ນດິນເຜົາເຄືອບນ້ຳຢາ ແລະ ແຕ້ມດອກດວງໃສ່) ຢູ່ຫລາຍແຫ່ງໃນແຂວງ ຫລວງພະບາງ ເປັນການສະແດງໃຫ້ເຫັນວ່າ ແຂວງຫລວງພະບາງ ເປັນແຫລ່ງຜະລິດທີ່ສຳຄັນ ບ່ອນໜຶ່ງໃນພາກພື້ນນີ້. ສະເໜ່ອັນໜຶ່ງຂອງຫລວງພະບາງ ແມ່ນເຮືອນກໍ່ດ້ວຍດິນຈີ່ ສະໄໝອານາຈັກຫລວງພະບາງ ທີ່ຢູ່ພາຍໃຕ້ອາລັກຂາຂອງຝຣັ່ງ ໃນທ້າຍສະຕະວັດທີ່ 19 ຊຶ່ງປະສົມ ປະສານ ລະຫວ່າງອາຊີ ແລະ ຢູຣົບ ໄດ້ກາຍເປັນສັນຍາລັກ ຂອງຫລວງພະບາງ

ພາບງາມໆຈາກ:Lao Postcard – ຮູບພາບເມືອງລາວ