ຢູ 14 ເອັສຣາ ຕົກຮອບທຳອິດແຕ່ຍັງມີລຸ້ນອັນດັບ 9 ຕໍ່

60

ເອັສຣາ ເອັຟຊີ ຊຸດເຍົາວະຊົນຮຸ່ນອາຍຸບໍ່ເກີນ 14 ປີ ຕົວແທນຈາກ ສປປ ລາວ ລົງສະໜາມ 3 ນັດ ສະເໝີ 2 ແລະ ເສຍ 1 ນັດ ບໍ່ດີພໍທີ່ຈະສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນບານເຕະເຍົາວະຊົນນາໆຊາດລາຍການ CP – Meiji CUP U-14 International Champions 2019 ຮອບສຸດທ້າຍລະຫວ່າງວັນທີ 19 – 23 ຕຸລາ 2019 ທີ່ສະໜາມຊ້າງເທຣນນິງ ກຣາວ ແລະ ຊ້າງອາຣີນາ ຈັງຫວັດບູຣີຣໍາ ປະເທດໄທ.

ລາຍການດັ່ງກ່າວ ເອັສຣາ ຢູ່ສາຍ C ຮ່ວມກັບ ອັສສົມຊັນ ຢູໄນເຕັດ ( ASSUMPTION UNITED ) ທີມຈາກໄທ, ເຫີນານ ຈຽນເຢ ຈາກ ສປ ຈີນ ແລະ ໜອງບົວ ພິຊະຍາ ເອັຟຊີ ແຊັມຈາກຮອບຄັດເລືອກ, ສ່ວນກຸ່ມ A ສວນປ່າເຊົາຊະອາງ ຈາກໄທ, ຟາເຈຍໂນ ໂອຄາຢາມາ ຈາກຍີ່ປຸ່ນ, ທຣູ ແບງຄ໊ອກ ຢູໄນເຕັດ ຈາກໄທ ແລະ ຈູບິໂລ ອິວາຕະ ຈາກຍີ່ປຸ່ນ. ຂະນະທີ່ກຸ່ມ B ບູຣີຣໍາ ຢູໄນເຕັດ ຈາກໄທ, ໂຮ່ຈິມິນ ຊິຕີ້ ເອັຟຊີ ຈາກຫວຽດນາມ, ຊົນບຸຣີ ເອັຟຊີ ຈາກໄທ ແລະ ເອເອັມດີ ມາເລເຊຍ ( AMD Malaysia ) ຈາກມາເລເຊຍ.

ຜ່ານການແຂ່ງຂັນປາກົດວ່າ: ຢູ 14 ເອັສຣາ ເອັຟຊີ ລົງສະໜາມນັດທໍາອິດສະເໝີກັບ ໜອງບົວ ພິຊະຍາ ເອັຟຊີ 0 – 0, ນັດທີ 2 ສະເໝີກັບ ເຫີນານ ຈຽນເຢ ຈາກ ສປ ຈີນ 0 – 0 ແລະ ນັດສຸດທ້າຍຮອບແບ່ງກຸ່ມເສຍໃຫ້ກັບ ອັສສົມຊັນ ຢູໄນເຕັດ 0 – 2, ຈາກຜົນດັ່ງກ່າວເຮັດໃຫ້ ເອັສຣາ ເອັຟຊີ ມີ 2 ຄະແນນ ຈາກ 3 ນັດ ຢູ່ອັນດັບທີ 3 ຂອງຕາຕະລາງຄະແນນລວມ ບໍ່ສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍໄດ້ ເຊັ່ນດຽວກັບ ເຫີນານ ຈຽນເຢ ມີ 1 ຄະແນນ ເຮັດໃຫ້ໄປລຸ້ນອັນດັບ 9 ກັບອີກ 3 ທີມ ໄດ້ແກ່ ເຫີນານ ຈຽນເຢ, ບາງກອກ ຢູໄນເຕັດ ຈາກໄທ ແລະ ໂຮ່ຈິມິນ ຊິຕີ້ ເອັຟຊີ ຈາກຫວຽດນາມ ໃນລະຫວ່າງວັນທີ 21 – 23 ຕຸລາ 2019.

ໃນນັດທໍາອິດຂອງການລຸ້ນອັນດັບ 9 ເອັສຣາ ສາມາດເອົາຊະນະ ເຫີນານ ຈຽນເຢ 1 – 0 ໃນຕອນເຊົ້າຂອງວັນທີ 21 ຕຸລາ 2019, ສ່ວນນັດຕໍ່ໄປຈະພົບກັບ ໂຮ່ຈິມິນ ຊິຕີ້ ເອັຟຊີ ໃນວັນທີ 22 ຕຸລາ 2019 ເວລາ 14:00 ໂມງ ແລະ ນັດສຸດທ້າຍຈະພົບກັບ ບາງກອກ ຢູໄນເຕັດ ໃນວັນທີ 23 ຕຸລາ 2019 ເວລາ 9:00 ໂມງ.

ສ່ວນ ອັສສົມຊັນ ຢູໄນເຕັດ ລົງສະໜາມ 3 ນັດ ຊະນະລວດມີ 9 ຄະແນນ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ໃນຖານະແຊັມກຸຸ່ມ C ໄປພົບກັບ ເອເອັມດີ ມາເລເຊຍ ຮອງແຊັມກຸ່ມ B ແລະ ໜອງບົວ ພິຊະຍາ ເອັຟຊີ ທີ່ມີ 3 ຄະແນນ ຈາກ 3 ນັດ ເຂົ້າຮອບ 8 ທີມ ໃນຖານະຮອງແຊັມກຸ່ມ C ໄປພົບກັບ ສວນປ່າເຊົາຊະອາງ ຈາກໄທ ແຊັມກຸ່ມ A.

( ຄໍາສອນ; ຮູບຈາກ: EZRA FOOTBALL CLUB )