ສຶກສາຄວາມເປັນໄປໄດ້ ສ້າງສວນສາທິດພັດທະນາຢາພື້ນເມືອງ

161

ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ສົ່ງເສີມເຕັກໂນໂລຊີສີຂຽວ ລາວ ຈຳກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງສວນສາທິດການຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງລາວທັນສະໄໝສີຂຽວ ແລະ ຍືນຍົງ. ຈຸດປະສົງເພື່ອການສົ່ງເສີມການຄົ້ນຄວ້າ – ພັດທະນາ ແລະ ນຳໃຊ້ຊັບພະຍາກອນພືດເປັນຢາໃຫ້ມີປະສິດທິພາບສູງ, ຍົກລະດັບການຄົ້ນຄວ້າ ແລະ ພັດທະນາ ນໍາໃຊ້ເຕັກໂນໂລຊີ ຊີວະພາບ ທີ່ທັນສະໄໝ ຢູ່ໃນສູນດັ່ງກ່າວ.

ເນື້ອໃນຂອງບົດບັນທຶກດັ່ງກ່າວ ທັງສອງຝ່າຍເຫັນດີຮ່ວມມືກັນໃນການສ້າງສວນສາທິດ ການຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງລາວ ໃຫ້ມີຄວາມທັນສະໄໝ, ສີຂຽວ ແລະ ຍືນຍົງ, ຮ່ວມກັນພັດທະນາ ແລະ ຍົກລະດັບການປູກພືດແນວພັນໃໝ່, ແນວພັນພືດເປັນຢາທີ່ມີຄຸນຄ່າ ເຊັ່ນ: ການສະກັດຈາກຊີວະພາບ, ຢາພື້ນເມືອງລາວ – ຈີນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ຍັງຈະໄດ້ຮ່ວມກັນຄົ້ນຄວ້າເຕັກໂນໂລຊີສະໄໝໃໝ່ ແລະ ຕໍ່ຍອດຜົນການຄົ້ນຄວ້າ, ການສາທິດ, ສົ່ງເສີມ ແລະ ເຜີຍແຜ່ການນຳໃຊ້ຢູ່ ສປປ ລາວ; ຮ່ວມມືກັນຄົ້ນຄວ້າຄັດເລືອກສະຖານທີ່, ຂອບເຂດດິນປູກ, ເນື້ອທີ່ປູກ, ແຫຼ່ງທຶນ, ອຸປະກອນຮັບໃຊ້ການຄົ້ນຄວ້າ – ວິໄຈ ແລະ ການຜະລິດໃຫ້ກາຍເປັນຜະລິດຕະພັນ. ພ້ອມນັ້ນ, ທັງສອງຝ່າຍຍັງເຫັນດີຮ່ວມມືການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດແບບໄລຍະຍາວ ດ້ວຍຮູບແບບການຈັດຝຶກອົບຮົມ, ຈັດສຳມະນາຮ່ວມກັນເປັນແຕ່ລະໄລຍະ.

ພິທີລົງນາມບົດບັນທຶກ ຄວາມເຂົ້າໃຈດັ່ງກ່າວ ຈັດຂຶ້ນໃນຕອນແລງວັນທີ 18 ຕຸລາ 2019 ທີ່ຜ່ານມາ, ໃຫ້ກຽດລົງນາມຂອງ ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ນາງ ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ແລະ ທ່ານ ຊຸ່ຍ ຮ້າວ ປະທານ ບໍລິສັດ ສົ່ງເສີມເຕັກໂນໂລຊີສີຂຽວ ລາວ ຈຳກັດ, ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານກ່ຽວຂ້ອງ.

ຂ່າວ: ສົມສະຫວິນ; ຮູບ: ບຸນທັນ