ຄົນເອີຣົບເສຍຊີວິດກ່ອນໄວອັນຄວນຈາກອາກາດເປັນພິດ

70

ສໍານັກງານສິ່ງແວດເອີຣົບໃຫ້ຮູ້ວ່າ:ມົນລະພິດທາງອາກາດເຮັດໃຫ້ປະຊາກອນໃນເອີຣົບເສຍຊີວິດກ່ອນໄວອັນຄວນເຖິງ400.000ຄົນໃນປີ2016 ແລະ ປະຊາກອນເອີຣົບທີ່ອາໄສຢູ່ໃນເມືອງສ່ວນຫຼາຍໄດ້ຮັບມົນລະພິດໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ.

ມົນລະພິດທາງອາກາດເປັນຄວາມສ່ໜງດ້ານສິ່ງແວດລ້ອມທີ່ສໍາຄັນທີ່ສຸດຕໍ່ສຸຂະພາບຂອງມະນຸດໃນຂະນະນີ້ຜູ້ຊ່ຽວຊານດ້ານຄຸນນະພາບອາກາດຂອງສໍານັກງານສິ່ງແວດລ້ອມເອີຣົບລະບຸວ່າເຖິງວ່າຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍກໍາລັງຫຼຸດລະດັບລົງໃນຫຼາຍເມືອງຂອງເອີຣົບ,ແຕ່ກໍຍັງບໍ່ຫຼຸດເຖິງລະດັບມາດຕະຖານຂອງສະຫະພາບເອີຣົບຫຼືອີຢູ ແລະ ອົງການອະນາໄມໂລກ.

 

ກ່ອນໜ້ານີ້,ເມື່ອເດືອນ ກໍລະກົດທີ່ຜ່ານມາຄະນະກໍາມາທິການເອີຣົບໄດ້ຂໍໃຫ້ສານອີຢູດໍາເນີນການກັບແອັດສະປາຍ ແລະ ບູນກາຣີທີ່ມີຄຸນນະພາບອາກາດຢູ່ໃນລະດັບວິກິດ ແລະ ອອກຄໍາເຕືອນທີ່ບໍ່ສາມາດປ້ອງກັນປະຊາຊົນຂອງຕົນເອງຈາກບັນຫາມົນລະພິດທາງອາກາດໄດ້.

ຢ່າງໃດກໍຕາມ,ເມື່ອບໍ່ດົນມານີ້ອັງກິດໄດ້ສະເໜີຮ່າງກົດໝາຍສິ່ງແວດລ້ອມສະບັບໃໝ່ເຊິ່ງລວມເຖິງການກໍານົດເປົ້າໝາຍທີ່ມີຜົນຜູກພັນທາງກົດໝາຍໃນການຫຼຸດມົນລະພິດທາງອາກາດ ແລະ ບັງຄັບໃຫ້ບໍລິສັດລົດເອີ້ນຄືນລົດທີ່ປ່ອຍມົນລະພິດເກີນຄ່າມາດຕະຖານ.