ທ້າຍເດືອນນີ້ ທຄຕລ ຈະຈໍາໜ່າຍ 39 ລ້ານຫຸ້ນ ໃຫ້ແກ່ມວນຊົນ

272

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ຕາງໜ້າໃຫ້ກະຊວງການເງິນ ຮ່ວມກັບ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ຈັດງານສະເໜີຂໍ້ມູນການອອກຈໍາໜ່າຍຫຸ້ນ ທຄຕລ 19% ທີ່ກະ   ຊວງການເງິນຖື    ຄອງ ຈໍານວນ 39.467.400 ຫຸ້ນ ໃຫ້ແກ່ມວນຊົນທົ່ວໄປ ແລະ ຄູ່ຮ່ວມຍຸດທະສາດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງມີກໍານົດເປີດຈໍາໜ່າຍ 28 ຕຸລາທີ່ຈະມາເຖິງນີ້.

ຈຸດປະສົງການຫັນກໍາມະສິດຂອງລັດຖະບານໃນຫຸ້ນ ທຄຕລ ເພື່ອຫຼຸດຜ່ອນອັດຕາສ່ວນຫຸ້ນ 19% ຄັ້ງນີ້ ແມ່ນເພື່ອເປັນການສະໜັບສະໜູນໃຫ້ຫຼາຍພາກສ່ວນເຂົ້າມາມີສ່ວນຮ່ວມໃນການຖືກໍາມະສິດ ແລະ ເປັນເຈົ້າການໃນການພັດທະນາ ທຄຕລ ເພື່ອຊຸກຍູ້ການຂະຫຍາຍຕົວແບບຍືນຍົງ ເຊິ່ງກະຊວງການເງິນໃນຖານະເປັນຜູ້ຕາງໜ້າໃຫ້ແກ່ລັດຖະບານ ຈຶ່ງມີແຜນອອກຈໍາໜ່າຍຫຸ້ນ ທຄຕລ ທີ່ຖືກຄອງຢູ່ຈໍານວນ 19% ໂດຍແບ່ງອອກເປັນ 2 ຮູບແບບ ຄື: ສະເໜີຂາຍໃຫ້ແກ່ມວນຊົນທົ່ວໄປ ຈໍານວນ 10%. ໃນນັ້ນ, 2% ແມ່ນຂາຍໃຫ້ກັບຜູ້ຖືຫຸ້ນເດີມ ( RO ) ແລະ ອີກ 8% ແມ່ນຂາຍໃຫ້ແກ່ມວນຊົນ ( PO ); ສ່ວນຄູ່ຮ່ວມຍຸດທະສາດທີ່ໄດ້ຮັບການຄັດເລືອກຈາກກະຊວງການເງິນ ສະເໜີຂາຍຈໍານວນ 9%.

ໂອກາດນີ້, ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການ   ໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກ່າວວ່າ: ການອອກຈໍາໜ່າຍຫຸ້ນ ທຄຕລ 19% ຂອງລັດຖະບານຄິດເປັນຈໍານວນຫຸ້ນທັງໝົດ ຈໍານວນ 39.467.400 ຫຸ້ນ ມູນຄ່າກໍານົດ 5.000 ກີບຕໍ່ຫຸ້ນ. ໃນນີ້, ໄດ້ສະເໜີຂາຍໃຫ້     ແກ່ຜູ້ຖືຫຸ້ນເດີມ ຈໍານວນ 4.154.500 ຫຸ້ນ ໃນລາຄາ 5.450 ກີບຕໍ່ຫຸ້ນ ( ສິດໃນການຈອງຊື້ຫຸ້ນໃນອັດຕາສ່ວນສິບຫຸ້ນເດີມຕໍ່ໜຶ່ງຫຸ້ນໃໝ່ 10: 1); ສະເໜີຂາຍໃຫ້ແກ່ມວນຊົນທົ່ວໄປ 10% ຈໍານວນ 16.617.800 ຫຸ້ນ ໃນລາຄາ 5.550 ກີບຕໍ່ຫຸ້ນ; ສະເໜີຂາຍໃຫ້ແກ່ຄູ່ຮ່ວມຍຸດທະສາດ 9% ຈໍານວນ 18.695.100 ຫຸ້ນ ເຊິ່ງລາຄາແມ່ນອີງຕາມການຕົກລົງລະຫວ່າງກະຊວງການເງິນ ແລະ ຄູ່ຮ່ວມຍຸດທະສາດ.

ທ່ານ ລິນ ລີ ອໍານວຍການ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ກ່າວຕື່ມວ່າ: ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ໄດ້ເປັນທີ່ປຶກສາທາງດ້ານການເງິນ ແລະ ຄໍ້າປະກັນການຈັດຈໍາໜ່າຍຫຸ້ນ ເນື່ອງຈາກບໍລິສັດດັ່ງກ່າວມີປະສົບການດ້ານຫຼັກຊັບໃນລະດັບສາກົນ, ສາມາດເລືອກເຟັ້ນຜູ້ລົງທຶນຍຸດທະສາດ ແລະ ບໍລິການວຽກການລົງທຶນອື່ນໆ ໂດຍນໍາໃຊ້ຈຸດແຂງ, ປະສົບການ ແລະ ຖານລູກຄ້າຂອງຕົນທັງພາຍໃນ ແລະ ຕ່າງປະເທດທີ່ບໍລິສັດມີຢູ່ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ສໍາລັບໄລຍະເວລາຂອງການອອກຈໍາໜ່າຍຫຸ້ນໃຫ້ແກ່ຜູ້ຖືຫຸ້ນເດີມ ( RO ) ຈະມີຂຶ້ນໃນລະຫວ່າງວັນທີ 28 ຕຸລາ ຫາ 1 ພະຈິກ 2019. ຈາກນັ້ນ, ຈຶ່ງມີການສະເໜີຂາຍຫຸ້ນແກ່ມວນຊົນທົ່ວໄປ ( PO ) ນັບແຕ່ວັນທີ 4 ຫາ 29 ພະຈິກ 2019 ເຊິ່ງທັງໝົດນີ້ທ່ານສາມາດພົວພັນ ຫຼື ຊື້ໄດ້ນັບແຕ່ເວລາ 08:00 ໂມງ ຫາ 15:30 ໂມງ.

ຂະນະທີ່, ທ່ານ ພົງສະຫວັດ ລືນາມ ວິຊາການ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ໄດ້ອະທິບາຍວ່າ: ທຄຕລ ເງິນປັນຜົນນັບແຕ່ປີ 2011 ເປັນຕົ້ນມາ ເວົ້າສະເພາະປີ 2018 ທຄຕລ ຈ່າຍເງິນປັນຜົນ 991 ກີບຕໍ່ຫຸ້ນ ຫຼື ເທົ່າກັບ 16,11%. ສໍາລັບຜົນການດໍາເນີນງານ 3 ປີຢ້ອນຫຼັງ ຄື: ປີ 2016 ມີກໍາໄລສຸດທິ 174 ຕື້ກີບ, ປີ 2017 ມີກໍາໄລສຸດທິ 280 ຕື້ກີບ ແລະ ປີ 2018 ມີກໍາໄລສຸດທິ 321 ຕື້ກີບ. ສໍາລັບການສະເໜີຂໍ້ມູນອອກຈໍາໜ່າຍຫຸ້ນ ທຄຕລ ໃນຄັ້ງນີ້ ຍັງມີບໍລິສັດ ທຄຕລ – ກທ ຈໍາກັດ ແລະ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ເປັນຕົວແທນຈໍາໜ່າຍ, ບໍລິສັດ ເອີນແອນຢັງ ເປັນຜູ້ກວດສອບບັນຊີ, ບໍລິສັດ LLC ເປັນທີ່ປຶກສາທາງດ້ານກົດໝາຍ ແລະ ບໍລິສັດ ຫຼັກຊັບ ເອພີເອັມ ລາວ ຈໍາກັດ ເປັນຜູ້ປະສານງານ.

ງານສະເໜີຂໍ້ມູນອອກຈໍາໜ່າຍຫຸ້ນ ທຄຕລ 19% ຈັດຂຶ້ນໃນວັນທີ 21 ຕຸລາ 2019 ຜ່ານມາ ທີ່ໂຮງແຮມແລນມາກຣີເວີຊາຍ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ, ທ່ານ ລິນ ລີ ອໍານວຍການບໍລິສັດຫຼັກຊັບ ລາວ – ຈີນ ຈໍາກັດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ສາຍສະໝອນ      ຈັນທະຈັກ ຫົວໜ້າສໍານັກງານ ສຄຄຊ ມີບັນດາຜູ້ຖືຫຸ້ນ ແລະ ນັກລົງທຶນເຂົ້າຮ່ວມ.