ສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ການຄ້າໃນທົ່ວປະເທດ

95

ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ( ສສອຄ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ເປີດຊຸດຝຶກອົບຮົມໃຫ້ພະນັກງານ ອຄ ຂັ້ນເມືອງ ທົ່ວປະເທດ ຄັ້ງທີ IX ແນໃສ່ໃຫ້ເຂົ້າໃຈເລິກເຊິ່ງຂອງວຽກງານການຄ້າ, ຊອກຫາຊ່ອງທາງການຄ້າ ເພື່ອຍາດແຍ່ງຜົນປະໂຫຍດຈາກການເຊື່ອມໂຍງການຄ້າ.

ຊຸດຝຶກອົບຮົມດັ່ງກ່າວ ຈັດຂຶ້ນໃນວັນທີ 21 ຕຸລາ 2019 ໂດຍການເປັນປະທານຂອງ ທ່ານ ສິລິສໍາພັນ ວໍຣະຈິດ ຫົວໜ້າ ສສອຄ, ມີບັນດາຫົວໜ້າກົມ, ຕາງໜ້າຈາກກະຊວງ ອຄ, ວິທະຍາກອນ ແລະ ສໍາມະນາກອນການຄ້າຂັ້ນເມືອງເຂົ້າຮ່ວມທັງໝົດ 54 ທ່ານ.

ທ່ານ ສິລິສໍາພັນ ວໍຣະຈິດ ກ່າວວ່າ: ການຝຶກອົບຮົມເປັນວຽກງານໜຶ່ງທີ່ສໍາຄັນທີ່ຈະສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ຖ່ວງທັນກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ໂດຍສະເພາະແມ່ນຂໍ້ມູນ – ຂ່າວສານກ່ຽວກັບນະໂຍບາຍ, ລະບຽບການທີ່ພັກ – ລັດວາງອອກ. ສໍາລັບການຈັດຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອແນະນໍາບາງເອກະສານ, ບາງນະໂຍບາຍ, ລະບຽບການ, ວິທີການຈັດຕັ້ງປະຕິບັດຕົວຈິງທີ່ຕິດພັນກັບວຽກງານ ອຄ ຢູ່ຂັ້ນເມືອງ, ແນໃສ່ໃຫ້ເຂົ້າໃຈເລິກເຊິ່ງຂອງວຽກງານການຄ້າ, ຊອກຫາຊ່ອງທາງການຄ້າ ເພື່ອຍາດແຍ່ງຜົນປະໂຫຍດຈາກການເຊື່ອມໂຍງການຄ້າ ສາມາດປັບຕົວໃຫ້ທັນກັບສະພາບດ້ານການຄ້າປັດຈຸບັນ ພ້ອມລົງຕິດຕາມແລກປ່ຽນບົດ    ຮຽນກັບບາງໜ່ວຍງານ, ຫົວໜ່ວຍວິສາຫະກິດຢູ່ນະຄອນຫຼວງ ຕື່ມອີກ.

ການຝຶກອົບຮົມໃນຄັ້ງນີ້ ມີທັງໝົດ 12 ຫົວຂໍ້ ທີ່ເປັນທິດສະດີ ໂດຍມີວິທະຍາກອນມາຈາກກົມທີ່ຢູ່ພາຍໃນກະຊວງ ອຄ ແລະ ພະນັກງານຈາກ ສສອຄ. ນອກຈາກນີ້, ອີກ 2 ຫົວຂໍ້ ແມ່ນການລົງທັດສະນະສຶກສາຢູ່ໂຮງງານປາແດກຮຸ່ງເຮືອງສິນ; ນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ – ໂນນທອງ VITA PARKຄົນ. ຊຸດຝຶກອົບຮົມດັ່ງກ່າວຈະດໍາເນີນໄປຈົນຮອດວັນທີ 25 ຕຸລາ 2019.

ຂ່າວ:ເອຢິບ, ຮູບ: ວິລະສັກ