ລາຄາຄໍາປັບຂຶ້ນ ເກືອບ 3 ແສນກີບ

79

ນັບແຕ່ຕົ້ນເດືອນຜ່ານມາທິດທາງລາຄາຄໍາທັງພາຍໃນ ແລະ ຕະຫຼາດໂລກຢູ່ໃນຈັງຫວະປັບຂຶ້ນຕໍ່ເນື່ອງ ຈາກແຮງເທຂາຍຊັບສິນປອດໄພ ແລະ ອັງກິດ ສາມາດບັນລຸຂໍ້ຕົກລົງການຖອນຕົວອອກຈາກສະຫະພາບເອີຣົບ.

ຫວນຄືນໄປເບິ່ງຕາຕະລາງປະກາດຂາຍຄໍາ ໃນວັນທີ 1 ຕຸລາ 2019 ລາຄາຄໍາຂາຍໜ້າຮ້ານຄຳພູວົງປະກາດຂາຍທີ່ 6,4 ລ້ານກີບຕໍ່ບາດ ພຽງໄລຍະເວລາ 20 ວັນຄືວັນທີ 21 ຕຸລາ 2019 ທີ່ປະກາດຂາຍ 6,7 ລ້ານກີບຕໍ່ບາດ ເມື່ອທຽບກັບຕົ້ນເດືອນສົ່ງຜົນໃຫ້ລາຄາປັບຂຶ້ນ 2,8 ແສນກີບຕໍ່ບາດ.

ສ່ວນລາຄາຕະຫຼາດໂລກໃນວັນທີ 21 ຕຸລາ 2019 ເຄື່ອນໄຫວບໍລິເວນ 1.489 ໂດລາສະຫະລັດຕໍ່ອອນ ຖ້າທຽບໃສ່ວັນທີ 1 ຕຸລາ 2019 ຕາຕະລາງປະກາດຂາຍຢູ່ທີ່ 1.468 ໂດລາສະຫະລັດຕໍ່ອອນ ເຫັນວ່າເພີ່ມຂຶ້ນ 22 ໂດລາສະຫະລັດຕໍ່ອອນ ເນື່ອງຈາກໄດ້ຮັບແຮງກົດດັນຈາກການຂາຍຄໍາທາງເຕັກນິກ ຫຼັງຈາກທີ່ລາຄາຄຳປັບຕົວຂຶ້ນໃນໄລຍະ 2 ວັນກ່ອນໜ້ານີ້ ປະກອບກັບແຮງຂາຍສິນຊັບປອດໄພຫຼັງຈາກທີ່ອັງກິດ ແລະ ສະຫະພາບເອີຣົບ ( ອີຢູ ) ສາມາດບັນລຸຂໍ້ຕົກລົງການຖອນຕົວຂອງອັງກິດອອກຈາກສະຫະພາບເອີຣົບ ຫຼື Brexit.

ຂ່າວ: ພຸດຕີ້