ອີຊີບີ ເຕືອນສ່ຽງເກີດວິກິດໃນຕະຫຼາດເງິນ – ອະສັງຫາລິມະຊັບເອີໂຣໂຊນ

76

ຜູ້ວ່າການ ອີຊີບີ ເຕືອນສ່ຽງເກີດພາວະວິກິດໃນຕະຫຼາດເງິນ ແລະ ຕະຫຼາດອະສັງຫາລິມະຊັບໃນ ເອີໂຣໂຊນ ພ້ອມທັງແນະນໍາຕິດຕາມຕະຫຼາດດັ່ງກ່າວຢ່າງໃກ້ຊິດ.

ທ່ານ ມາຣິໂອ ດຣາກີ ຜູ້ວ່າການທະນາຄານກາງ ເອີຣົບ ຫຼື ອີຊີບີ ເຕືອນວ່າ: ຕະຫຼາດເງິນ ແລະ ຕະຫຼາດອະສັງຫາລິມະຊັບຂອງ ເອີໂຣໂຊນ ເລີ່ມສົ່ງສັນຍານສ່ຽງໃນການເກີດພາວະວິກິດແລ້ວ ແລະ ເຫັນວ່າຕະຫຼາດທັງສອງເປັນພາກສ່ວນທີ່ຄວນຕິດຕາມຢ່າງໃກ້ຊິດ ເນື່ອງຈາກເລີ່ມມີລາຄາກາຍມູນຄ່າທີ່ແທ້ຈິງ.

ຂະນະທີ່ສະຖຽນລະພາບທາງການເງິນຍັງເປັນເລື່ອງທ້າທາຍໃນໄລຍະເວລາທີ່ເສດຖະກິດໂລກມີທ່າອ່ຽງບໍ່ຄ່ອຍສົດໃສ.

ຜູ້ວ່າການ ອີຊີບີ ໃຫ້ຮູ້ວ່າ: ສິ່ງນີ້ອາດຈະຫຼຸດຜ່ອນສະຖຽນລະພາບຂອງເສດຖະກິດ ເອີໂຣໂຊນ ເຊິ່ງຂະນະນີ້ເລີ່ມຂະຫຍາຍຕົວຊ້າລົງ.

ກ່ອນໜ້ານີ້, ທ່ານ ດຣາກີ ເຄີຍຮຽກຮ້ອງໃຫ້ມີການອອກນະໂຍບາຍການຊຸກຍູ້ເສດຖະກິດດ້ວຍການລົງທຶນໃນ ເອີໂຣໂຊນ ເພື່ອຮັບມືກັບຄວາມທ້າທາຍຂອງອັດຕາດອກເບ້ຍທີ່ຫຼຸດລົງ ແລະ ຄວາມສ່ຽງຂອງການເກີດພາວະເສດຖະກິດຕົກຕໍ່າ.