ອາເມຣິກາ ອະນຸມັດຈ່າຍຄ່າສະມາຊິກ ສປຊ ທີ່ຕິດໜີ້ໄວ້

53

ອາເມຣິກາ ອະນຸມັດຈ່າຍຄ່າສະມາຊິກທີ່ຕິດຄ້າງໄວ້ໃຫ້ກັບ ສປຊ ແລ້ວ 180 ລ້ານໂດລາ ແລະ ຈະຈ່າຍເພີ່ມຕື່ມອີກໃນມໍ່ໆນີ້ທ່າມກາງບັນຫາການເງິນຄັ້ງໃຫຍ່ທີ່ສຸດໃນຮອບເກືອບ 10 ປີ ຂອງ ສປຊ ທີ່ນໍາໄປສູ່ການປະກາດນະໂຍບາຍປະຢັດງົບການເງິນ.

ຈໍານວນທີ່ ອາເມຣິກາ ຈະຈ່າຍເພີ່ມຕື່ມອີກ 96 ລ້ານໂດລາ ພາຍໃນອີກບໍ່ເທົ່າໃດເດືອນຕໍ່ໜ້າ, ຂະນະດຽວກັນ, ທ່ານ ນາງ ເຊີທິດ ນໍແມນ ຊາເລັດ ເອກອັກຄະລັດຖະທູດອາເມຣິກາ ປະຈໍາ ສປຊ ກ່າວວ່າ ລັດຖະບານຊຸດປັດຈຸບັນຈະໃຫ້ການສະໜັບສະໜູນແກ່ ສປຊ ໃນເດືອນພະຈິກຕໍ່ໄປ.

ເມື່ອຕົ້ນເດືອນນີ້, ທ່ານ      ອັນໂຕນິໂອ ກູເຕີເຣດ ເລຂາທິການໃຫຍ່ ສປຊ ສົ່ງໜັງສືເຖິງຜູ້ອໍານວຍການ ແລະ ຫົວໜ້າພາລະກິດທັງໝົດພາຍໃຕ້ສັງກັດມີຫົວຂໍ້ກ່ຽວກັບນະໂຍບາຍສຸກເສີນທາງເສດຖະກິດພາຍໃນອົງການ ເຊິ່ງຈະມີຜົນບັງຄັບໃຊ້ຈົນກວ່າຈະມີການແຈ້ງໃຫ້ຮັບຮູ້ອີກຄັ້ງ.

ໜັງສືດັ່ງກ່າວໃຫ້ຮູ້ວ່າ: ນັບຕັ້ງແຕ່ຕົ້ນປີນີ້ຈົນເຖິງວັນທີ 4 ເດືອນຕຸລາທີ່ຜ່ານມາມີສະມາຊິກ ສປຊ 128 ປະເທດ ຈ່າຍເງິນຄ່າທໍານຽມປະຈໍາປີງົບປະມານປັດຈຸບັນລວມກັນ 1.990 ລ້ານໂດລາ ໝາຍຄວາມວ່າເຫຼືອອີກ 65 ປະເທດ ຍັງບໍ່ໄດ້ຈ່າຍຄ່າທໍານຽມດັ່ງກ່າວ ມູນຄ່າລວມກັນ 1.386 ລ້ານໂດລາ.