ພະແນກສາທາລະນະສຸກແຂວງໄຊຍະບູລີ ເປີດຊຸດອົບຮົມໂປຣແກຣມບັນຊີແຫ່ງລັດດ້ວຍລະບົບ IT

149

ຊຸດອົບຮົມບັນຊີແຫ່ງລັດ ດ້ວຍລະບົບ IT ໃຫ້ພະນັກງານອ້ອມຂ້າງພະແນກ, ໂຮງໝໍແຂວງ ແລະ ສາທາລະນະສຸກຂັ້ນເມືອງ ໄດ້ເປີດຂຶ້ນໃນວັນທີ 21 ຕຸລາ 2019 ນີ້ຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ນາງ ຄໍາຜີວ ພູທອນສີ ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາຫົວໜ້າ ຮອງຫົວໜ້າຂະແໜງການ, ທີມງານຄູຝຶກຈາກກົມການເງິນກະຊວງສາທາລະນະສຸກ, ຄູຝຶກຈາກຂະແໜງການເງິນພະແນກສາທາລະນະສຸກແຂວງຫຼວງພະບາງ ພ້ອມດ້ວຍວິຊາການການເງິນອ້ອມຂ້າງພະແນກ, ໂຮງໝໍແຂວງ ແລະ ວິຊາການການເງິນຫ້ອງການສາທາລະນະສຸກ 11 ເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ດຣ. ນາງ ຄໍາຜີວ ພູທອນສີ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການຂອງຫົວໜ້າກົມການເງິນກະຊວງສາທາລະນະສຸກ ກ່ຽວກັບການຈັດຕັ້ງປະຕິບັດບັນຊີແຫ່ງລັດ ດ້ວຍລະບົບ IT, ປະຕິບັດມາດຕະການກ່ຽວກັບວຽກງານບັນຊີຂອງຫົວໜ່ວຍຖືບັນຊີ ຂັ້ນ 1, 2, 3 ເຄື່ອນໄຫວບັນຊີໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ເປັນເຄື່ອງມືໃນການຄຸ້ມຄອງລາຍຮັບ – ລາຍຈ່າຍບໍລິຫານ ວິຊາການຂອງຫົວໜ່ວຍງົບປະມານຂອງລັດ, ຕິດຕາມກວດກາ ແນໃສ່ຍົກສູງປະສິດທິພາບການບໍລິຫານງົບປະມານຂອງລັດ.

ການອົບຮົມຈະໄດ້ຮຽນຮູ້ສະເໜີການປ້ອນແຜນ, ນໍາພາເຂົ້າລະບົບຖານຂໍ້ມູນລາຍຈ່າຍງົບປະມານ, ນໍາພາປ້ອນຂໍ້ມູນແຜນເຂົ້າລະບົບລາຍຈ່າຍງົບປະມານ, ສະເໜີລະບົບບັນຊີ, ນໍາພາລົງບັດຜ່ານບັນຊີ, ສະເໜີລະບົບໃບບິນ, ນໍາພາປ້ອນຂໍ້ມູນໃບບິນ. ຈຸດປະສົງອົບຮົມໃນຄັ້ງນີ້ກໍເພື່ອໃຫ້ມີຄວາມເຂົ້າໃຈ ແລະ ມີການລາຍງານຂໍ້ມູນການເງິນສາທາລະນະສຸກທີ່ຖືກຕ້ອງ, ຄົບຖ້ວນ, ທັນເວລາ ແລະ ເປັນລະບົບ, ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານມີຄວາມສາມາດໃນການລາຍງານລະບົບບັນຊີຄູ່ພາຍໃນຂົງເຂດສາທາລະນະສຸກ, ຊຸດອົບຮົມຈະໄດ້ດຳເນີນເປັນເວລາ 5 ວັນຈຶ່ງສໍາເລັດ.

ຂ່າວ: ມະໄລວັນ