ຕ້າ ຄວ້າລາງວັນ ໜຸ່ມອັດທະຍາໃສດີ ຈາກເວທີ Mr. Working Men International 2019

186

ຫຼາຍໆຄົງລຸ້ນນໍາກັນຢູ່ວ່າໃຜຈະໄດ້ເປັນ Mr. Working Men International 2019 ທີ່ປະເທດເຮົາໃດ້ສົ່ງໜຸ່ມ ຕ້າ ພິມມະສອນ ສິງສະຫວັນ ໜຸ່ມຈາກແດນໃຕ້ ນະຄອນປາກເຊ, ແຂວງຈຳປາສັກ ແຂ່ງຂັນໃນເວທີສາກົນ Mr. Working Men International 2019

.

ໃນຄໍ່າຄືນວັນ 21 ຕຸລາ 2019 ນີ້ ເປັນຮອບຕັດສິນແລ້ວ ທີ່ກຸງເທບ, ປະເທດໄທ  ແລະ ຕ້ອງຂໍສະແດງຄວາມຍິນດີກັບໜຸ່ມ ຕ້າ ສາມາດຄວ້າລາງວັນ Mr Friendly ມາຝາກແຟນໆຊາວລາວ

.

ໜຸ່ມ ຕ້າ ພິມມະສອນ ສິງສະຫວັນ ເຄີຍໄດ້ຕໍາແໜ່ງຮອງອັນດັບຈາກການປະກວດ  Mr. The Barber Lao 2019 ແລະ Mr. Working Men International Laos 2019

.

ຄັ້ງນີ້ໄດ້ Trainer Nunou SkyUp2u Fitness ປັ້ນຫຸ່ນນ້ອງເຕັມທີ່ດ້ວຍໄລຍະເວລາອັນສັ້ນໆໃຫ້ດູດີ ຟິດ ເຟິມກ່ອນເດີນທາງເຂົ້າຮ່ວມການປະກວດ.

.

.

ເຊິ່ງຜູ້ສະໜັບສະໜູນຫຼັກໃນການສົ່ງໜຸ່ມຕ້າເຂົ້າປະກວດ The Barber Lao by Souriyom Chandalasane, ຊຸດສູດເທ້ໆ ແລະ ຊຸດປະຈຳຊາດໃຫ້ນ້ອງສວມໃສໃນການປະກວດຈາກຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ແລະ Borihane Coffee&bar ຮ້ານ ກາເຟບໍລິຫານ by Touy Overdance.

.

.

.