ການບິນໄທ! ກຽມປິດ 6 ເສັ້ນບິນໃນກຸ່ມປະເທດອາຊຽນ ຫຼັງພົບຖ້ຽວບິນຫຼຸດລົງ

155

ດ້ວຍສະພາບເສດຖະກິດໂລກໃນປັດຈຸບັນ ກໍາລັງຢູ່ໃນໄລຍະຜັນຜວນ ສົ່ງຜົນຕໍ່ການດຳເນີນທຸລະກິດຫຼາຍຂົງເຂດບໍ່ແມ່ນແຕ່ທຸລະກິດການບິນ, ຫຼ້າສຸດນີ້ບໍລິສັດການບິນໄທ ຈຳກັດມະຫາຊົນ ມີແຜນງົດບໍລິການ 6 ເສັ້ນບິນໃນກຸ່ມປະເທດອາຊຽນ ເນື່ອງຈາກການບໍລິການຖ້ຽວບິນຫຼຸດລົງ ເຮັດໃຫ້ລາຍຮັບບໍ່ເປັນໄປຕາມແຜນທີ່ວາງໄວ້.

ອີງຕາມການລາຍງານຂອງ Outsider’s Aviation ໃນວັນທີ 21 ຕຸລາ 2019 ລະບຸວ່າ: ການບິນໄທພວມຢູ່ໃນການດຳເນີນຕາມແຜນເພື່ອຫຼຸດຜ່ອນລາຍຈ່າຍ-ເພີ່ມລາຍໄດ້ ໂດຍມີມາດຕະການສໍາຄັນທີ່ຈະນຳມາໃຊ້ ນັ້ນກໍ່ຄື ການພິຈາລະນາປັບຫຼຸດເສັ້ນບິນທີ່ບໍ່ໄດ້ກຳໄລ ແລະ ຂາດທຶນ ເຊິ່ງອາດຈະບໍ່ປິດຂາດຕົວແຕ່ຈະນຳຍົນໄປເພີ່ມໃນເສັ້ນທາງມີກຳໄລແທນ.

ເພື່ອຮັບປະກັນບໍ່ໃຫ້ການບໍລິການມີຜົນກະທົບ ໃນໄລຍະນີ້ການບິນໄທກໍາລັງສຶກສາເພື່ອປັບຫຼຸດເສັ້ນທາງ ແລະ ຢຸດການໃຫ້ບໍລິການ ໃນກຸ່ມປະເທດອາຊີຕາເວັນອອກສ່ຽງໃຕ້ ເນື່ອງຈາກມີຖ້ຽວບິນ ທີ່ໃຫ້ບໍລິການນ້ອຍ ແລະ ອັດຕາການບັນຈຸຂອງຜູ້ໂດຍສານຕ່ຳ.
ຫຼັງຈາກການບິນໄທໄດ້ມີການຍົກເລີກການບໍໃຫ້ບໍລິການແລ້ວ ການບິນໄທຈະໃຫ້ສາຍການບິນໄທສະມາຍ ເຮັດການບິນແທນ ເພື່ອຮັກສາເສັ້ນທາງການບິນໄວ້ ປະກອບດ້ວຍ: ສຸວັນນະພູມ ນະຄອນຫລວງວຽງຈັນ ( ລາວ ); ສຸວັນນະພູມ – ນະຄອນຫລວງພະບາງ ( ລາວ ); ສຸວັນນະພູມ – ພະນົມເປັນ ( ກຳປູເຈຍ ); ສຸວັນນະພູມ – ຮ່າຍໂນຍ ( ຫວຽດນາມ ); ສຸວັນນະພູມ – ໂຮຈິມິນ ( ຫວຽດນາມ ) ແລະ ສຸວັນນະພູມ – ຢ່າງກຸ້ງ ( ມຽນມາ )

ຂໍ້ມູນຈາກການບິນໄທເຜີຍອີກວ່າ ລາຍໄດ້ປີນີ້ຂອງການບິນໄທ ຈະຕໍ່າກວ່າເປົ້າໝາຍທີ່ວາງແຜນໄວ້ ເຖິງແມ່ນວ່າຈຳນວນຜູ້ໂດຍສານໃນພາບລວມ ຈະເປັນໄປຕາມເປົ້າໝາຍກໍ່ຕາມ ສາເຫດແມ່ນເນື່ອງມາຈາກລາຄາປີ້ຍົນຫຼຸດລົງປະມານ 15% ແລະ ສະພາບເສດຖະກິດຂອງໂລກທີ່ມີການຫຼຸດລົງ ກົງກັນຂ້າມຄ່າເງິນບາດພັດແຂງຄ່າຂຶ້ນ ພ້ອມດຽວກັນນີ້ການແຂ່ງຂັນກັນລະຫວ່າງທຸລະກິດການບິນກໍ່ນັບມື້ສູງຂຶ້ນ.

ຂະນະທີ່ທ່ານ ສຸເມດ ດຳລົງໄຊທຳ ກຳມະການຜູ້ອຳນວຍການໃຫຍ່ ບໍລິສັດ ການບິນໄທ ຈຳກັດມະຫາຊົນ ກ່າວວ່າ: ເນື່ອງຈາກສະຖານະການ ການແຂ່ງຂັນທີ່ຂ້ອນຂ້າງສູງ ບວກກັບໄລຍະຜ່ານມາກໍ່ປະສົບບັນຫາຂາດທຶນ ເຊິ່ງປີນີ້ຖືວ່າເປັນປີທີ່ຍາກລຳບາກຂອງການບິນໄທ. ດັ່ງນັ້ນ, ຈຶ່ງເລັ່ງເຮັດແຜນໄລຍະສັ້ນ ເພາະເຫຼືອເວລາບໍ່ເຖິງ 3 ເດືອນ ເພື່ອຟື້ນຟູໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ໂດຍເລີ່ມຈາກລາຍໄດ້ເຊັ່ນ: ການຂາຍປີ້ໃຫ້ໄດ້ຫຼາຍທີ່ສຸດ ເນື່ອງຈາກໄລຍະນີ້ ກໍ່ເປັນຈຸດເລີ່ມຕົ້ນຂອງລະດູການທ່ອງທ່ຽວ.

ນອກຈາກນີ້, ຍັງຈະໄດ້ທົບທວນເສັ້ນທາງບິນ ໂດຍສະເພາະເສັ້ນທາງບິນທີ່ຂາດທຶນ ແລະ ມີການແຂ່ງຂັນທີ່ຂ້ອນຂ້າງສູງ ຄຽງຄູ່ກັນນີ້, ຍັງຈະເນັ້ນຢ້ຳກັບພະນັກງານໃຫ້ເພີ່ມຄວາມເອົາໃຈໃສ່ຕໍ່ຂອດການສື່ສານ, ສື່ສານກັບຄົນພາຍນອກໃຫ້ເກີດຄວາມເຂົ້າໃຈ ແລະກາຍເປັນລາຍຮັບທຸລະກິດ ອັນສໍາຄັນແມ່ນໃຫ້ຮັກສາໄດ້ຄວາມເປັນສາຍການບິນແຫ່ງຊາດໄວ້ຢ່າງໝັ້ນຄົງ.

ທີ່ມາ: Outsider’s Aviation