ໂຄງການປະກວດ Power Queen Lao ສົ່ງເສີມໃຫ້ໄວໜຸ່ມຮູ້ຈັກການຊ່ວຍເຫຼືອສັງຄົມ

96

ໂຄງການປະກວດ Power Queen Lao 2019 ເປັນປີທໍາອິດທີ່ໄດ້ຈັດຂຶ້ນໂດຍເລີ່ມເປີດຮັບສະໝັກ ແລະ ຄັດເລືອກນັບແຕ່ເດືອນກັນຍາເປັນຕົ້ນມາ ເຊິ່ງເປັນເວທີໃນການສົ່ງເສີມໃຫ້ໄວໜຸ່ມລາວໄດ້ເຂົ້າຮ່ວມກິດຈະກໍາຕ່າງໆທີ່ຊ່ວຍເຫຼືອສັງຄົມ ພ້ອມທັງໄດ້ຮັບທຶນໃນການສຶກສາ ແລະ ການຮຽນຮູ້ໃນຫຼາຍໆດ້ານອີກດ້ວຍ.

ທ່ານ ອໍາໄພວັນ ສຸພັນທອນ ປະທານໂຄງການ Power Queen ໃຫ້ສໍາພາດວ່າ: ໂຄງການນີ້ມີຜູ້ເຂົ້າສະໝັກກວ່າ 200 ຄົນ ແລະ ຄັດເລືອກໃຫ້ເຫຼືອ 40 ຄົນສຸດທ້າຍ ໃນການເຂົ້າປະກວດມື້ຊີງຊະນະເລີດ. ເປົ້າໝາຍຫຼັກໆໃນການຈັດໂຄງການນີ້ແມ່ນເພື່ອໃຫ້ເພດທີ 3 ທີ່ຍັງບໍ່ມີໂອກາດໄດ້ເຂົ້າມາມີສ່ວນຮ່ວມໃນການເຮັດກິດຈະກໍາເພື່ອສັງຄົມ ພ້ອມທັງເປັນການສອນໃຫ້ພວກເຂົາມີແນວຄິດໃນທາງທີ່ຖືກຕ້ອງ, ຫ່າງໄກຈາກຢາເສບຕິດ, ສອນໃຫ້ຮູ້ຈັກການດໍາລົງຊີວິດເພື່ອບໍ່ໃຫ້ສັງຄົມລັງກຽດ ແລະ ໃຫ້ຄວາມຮູ້ທັກສະໃນດ້ານຕ່າງໆ.

ກິດຈະກໍາການຄັດເລືອກໃນແຕ່ລະຮອບກໍຈະແຕກຕ່າງກັນໄປ ເຊັ່ນ: ຮອບຄັດເລືອກ 60 ຄົນ ແມ່ນກິດຈະກໍາຝຶກທັກສະ ແລະ ຜູ້ທີ່ມີຄວາມສາມາດ, ສ່ວນຮອບ 40 ຄົນສຸດທ້າຍ ແມ່ນກິດຈະກໍານໍາສິ່ງໃກ້ຕົວທີ່ບໍ່ໃຊ້ແລ້ວມາປະດິດຄິດສ້າງເພື່ອສາມາດນໍາມາຕໍ່ຍອດ. ນອກຈາກນີ້, ກໍຍັງຮ່ວມກິດຈະກໍາລະດົມທຶນຊ່ວຍເຫຼືອມູນນິທິເດັກກໍາພ້າ ແລະ ຊ່ວຍເຫຼືອພີ່ນ້ອງພາກໃຕ້ທີ່ປະສົບໄພນໍ້າຖ້ວມອີກດ້ວຍ.

ສໍາລັບຜູ້ທີ່ໄດ້ລາງວັນທີ 1 – 3 ຈະໄດ້ຮັບມົງກຸດ ແລະ ຜູ້ທີ່ໄດ້ຮັບລາງວັນທີ 1 – 5 ແມ່ນຈະໄດ້ຮັບທຶນການສຶກສາ 1 ປີ ຈາກສູນສົ່ງເສີມວິຊາຊີບ ແລະ ພາສາອໍາໄພວັນ ພ້ອມດ້ວຍຂອງລາງວັນຈາກຜູ້ສະໜັບສະໜູນ. ນອກຈາກນີ້, ຜູ້ທີ່ໄດ້ລາງວັນຊະນະເລີດຈະມີສິດເຂົ້າຮ່ວມປະກວດ Miss International Queen ທີ່ປະເທດໄທ.

ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 40 ຄົນ ໄດ້ໃນມື້ຊີງຊະນະເລີດວັນທີ 4 ພະຈິກ 2019 ທີ່: ໂຮງກາຍະສິນ ນະຄອນຫຼວງວຽງຈັນ ຫຼື ຮ່ວມໂຫວດໄດ້ທາງແຟນເພຈ໌ Power Queen – Power Queen Laos.

( ຂ່າວ: ນຸ້ມນິ້ມ; ຮູບ: ສຸກສະຫວັນ )