ແນວທ້າທາຍແຫຼ່ງທ່ອງທ່ຽວໃໝ່ “ພູຜາມ່ານ” ຮັບຮອງຄວາມຕື່ນເຕັ້ນ

791

ນັກທ່ອງທ່ຽວ ແລະ ນັກເດີນທາງທັງຫຼາຍ ພໍໄດ້ຮູ້ຂ່າວ ໄດ້ເຫັນພາບແລ້ວຄົງຈະຢູ່ບໍ່ເປັນ ຢາກເຫັນ ຢາກໄປ ຢາກສໍາຜັດບັນຍາກາດ ຊົມຄວາມຕື່ນເຕັ້ນ ແລະ ທ້າທາຍແນ່ນອນ ກັບແຫຼ່ງທ່ອງທ່ຽວນີ້ “ພູຜາມ່ານ”.

.

.

ພູຜາມ່ານ ເປັນຈຸດຊົມວິວໜຶ່ງທີ່ນອນຢູ່ໃນເຂດອຸທະຍານແຫ່ງຊາດຫີນໜາມໜໍ່. ຕັ້ງຢູ່ເສັ້ນທາງເລກທີ 8 ລະຫວ່າງບ້ານນາຫີນຫາບ້ານຄູນເງິນ, ເມືອງຄູນຄຳ, ແຂວງ ຄຳມ່ວນ ຫ່າງຈາກເສັ້ນທາງເລກທີ 13 ໃຕ້ໄປທາງເມືອງຄຳເກີດ ປະມານ 33 ກິໂລແມັດ.

.

.

ຕາມພາບ ນອກຈາກຈະເປັນຈຸດຊົມວິວແລ້ວ ນີ້ຍັງເປັນແຫຼ່ງທ່ອງທ່ຽວແນວລຸຍໆ, ໃຫ້ເຮົາໄດ້ຍ່າງ, ໄຕ່ຕາມຫິນຜາ, ເອົາໃຈນັກທ່ອງທ່ຽວທີ່ມັກຄວາມທ້າທາຍພະຈົນໄພສຸດໆ ແລະກຽມໄປສຳຜັດກັບຄວາມຕື່ນເຕັ້ນຢູ່ສະຖານທີ່ດ້ວຍຕົວທ່ານເອງ ເຊິ່ງເພິ່ນຈະເປີດຢ່າງເປັນທາງການໄວໆນີ້ແລ້ວ!!!

.

.

.

.

.