ມາຫາຄຳຕອນສຸດທ້າຍນໍາກັນວ່າເປັນຫຍັງ ຈິ່ງໄດ້ຮັບຄວາມນິຍົມຫລາຍໃນປະຈຸບັນ ?

118

Nissan TERRA ແບບ (SUV), ນຳເຂົ້າ ໂດຍ ບໍລິສັດຕັນຈົງມໍເຕີລາວ ຈຳກັດພຽງຜູ້ດຽວ, ຊຶ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ.

ຊຶ່ງໃນ EP2 ເຮົາໄດ້ຮູ້ກັນໄປແລ້ວກຽ່ວກັບລະບົບຈັກ, ເກຍ, ການຂັບເຄື່ອນ ແລະ ຄວາມປອດໄພຈາກດ້ານໃນ ຂອງ Terra ທີ່ໄດ້ນໍາສະເໜີໄປເມື່ອເດືອນກັນຍາ ຜ່ານມາ ດັ່ງນັ້ນ, ໃນ Ep3 ສຸດທ້າຍນີ້ເຮົາຈະມາຮູ້ກັນຕື່ມອີກວ່າມີຫຍັງແດ່ ທີ່ສົ່ງຜົນໃຫ້  Nissan TERRA SUV ໄດ້ຮັບຄວາມນິຍົມມາດີຢ່າງຕໍ່ເນື່ອງ?

Ep3 ສຸດທ້າຍນີ້ ເຮົາມາຮູ້ຈັກກັນເລີຍວ່າລົດນິສສັນເທີລາທີ່ເປັນຈຸດຂາຍຫລັກສຸດທ້າຍມີດັ່ງນີ້:

1 I-AVM (ກ້ອງ 360 ອົງສາ)

+ ໂຫມດກວດຈັບການເຄື່ອນທີ່ອ້ອມຕົວລົດ MOD

  • ຄຸນລັກສະນີ້ເຮັດໃຫ້ທ່ານໄດ້ເຫັນທັງຫມົດ 360 ອົງສາ

  • ນັ້ນໝາຍຄວາມວ່າມີຄວາມສະດວກສະບາຍໃນການເຂົ້າຈອດຢ່າງປອດໄພ

ຕົວຢ່າງ: ເມື່ອທ່ານກຳລັງຈະຈອດ, ທ່ານຈະເຫັນທາງຫນ້າຈະແຈ້ງ; ສົມມຸດວ່າ ທາງຫນ້າເປັນໂຖດອກໄມ້ ທາງຫລັງເປັນຖັງສຳລັບດັບເພີງ ກ້ອງນີ້ຊ່ວຍໃຫ້ທ່ານເຫັນຊັດເຈນ ແລະ ຫລີກລຽງບໍ່ໃຫ້ຂູດລົດຂອງທ່ານ

  • MOD – ເພື່ອປ້ອງກັນການກວດຈັບວັດຖຸອ້ອມໆຕົວລົດ, ເພື່ອເປັນສິ່ງເຕືອນໃຫ້ຄົນຂັບ, ເທັກໂນໂລຢີນີ້ອອກແບບມາເພື່ອຄວາມປອດໄພ ເວລາທ່ານລົງຈາກລົດ, ທ່ານກໍ່ຈະບໍ່ຮູ້ສຶກຢ້ານ ແລະ ບໍ່ເປັນອັນຕະລາຍຫຍັງ

2 ລະບົບເປີດຝາຫລັງອັດຕະໂນມັດ

  • ທ່ານເຄີຍປະເຊີນກັບຄວາມຫຍຸ້ງຍາກບໍ ເມື່ອເວລາທີ່ຖື ຫຼື ອູ້ມກ່ອງທີ່ໃຫ່ຍໆ ແລະ ໃຊ້ມືເປີດຝາຫລັງບໍ່ໄດ້?

  • ລະບົບເປີດຝາຫລັງອັດຕະໂນມັດສາມາດຊ່ວຍທ່ານໄດ້ໂດຍການຍົກຕີນຂຶ້ນໃສ່ເຊັນເຊີກ້ອງກັນຊົນຫລັງເພື່ອທີ່ເຮັດໃຫ້ຝາຫລັງເປິດໂດຍອັດຕະໂນມັດ.

  • ກ້ອງຖອຍ

  • ລົດ Terra ມາພ້ອມກັບກ້ອງຖອຍ, ດັ່ງນັ້ນທ່ານສາມາດເຫັນເບື້ອງຫລັງໄດ້ຢ່າງຈະແຈ້ງ ແລະ ຫລີກລຽງການເກີດອຸບັດເຫດ ແລະ ຄວາມປອດໄພສູງ.

  • ເຈົ້າຄິດວ່າມັນສຳຄັນບໍ່?

  • ABLS (ລະບົບຫ້າມລໍ້ໝູນຟຣີ)

  • ABLS ມັນຈະຮັບຄວາມຮູ້ສຶກຈາກລໍ້ຫມູນຟຣີ ຕົວຢ່າງ: ລົດນັ້ນແລ່ນເຂົ້າຂີ້ຕົມ ລົດນັ້ນມັນຈະທຳງານດ້ວຍອັດຕະໂນມັດ ດ້ວຍການສັ່ງເບຣກຈາກການໝູນຟຣີຂອງລໍ້ດັ່ງກ່າວນັ້ນ ແລະ ສັ່ງໃຫ້້້ລໍ້ດັ່ງກ່າວນັ້ນ ຫລຸດກຳລັງລົງ ກັບການຄວບຄຸມການຫມູນຂອງລໍ້ເພື່ອໃຫ້ມີການຄວບຄຸມທີ່ດີເລີດ.

3 RDL (ລະບົບລ໊ອກເຟື້ອງທ້າຍ)

  • ລະບົບນີ້ແມ່ນຄວບຄຸມການຫມູນຂອງລໍ້ ໃນກໍລະນີທາງເປື້ອນ ທາງທີ່ເປັນຂີ້ຊາຍ, ຂີ້ຕົມປຽກ ຫລື ທາງທຸລະກັນດານ, ເຮັດໃຫ້ທ່ານຂັບຂີ່ດ້ວຍຄວາມປອດໄພ.

  • ຊ່ວງລ່ມເມົ້າຕິລິ້ງ 5 ພາກສ່ວນ

  • ຊ່ວງລ່າງທີ່ມາກັບແຫນບ ເຮັດໃຫ້ທ່ານ ແລະ ຜູ້ໂດຍສານຮູ້ສຶກນຸ່ມນວນ

  • ໃນກໍລະນີທີ່ໄປທາງເປັນຂຸມເປັນໂນນ

# ອັອບຊັນຫຼາກຫລາຍກັບນິສສັນເທີລາ ຢາກສຳພັດໂຕຈິງ ແລະ ທົດລອງຂັບໄດ້ແລວ້ ຕາມຫ້ອງຂາຍໃກ້ບ້ານທ່ານ.

#ມີໂປຣໂມຊັນພິເສດຫຼາຍໆຢ່າງ; ທ່ານຢູ່ໃສກໍສາມາດສອບຖາມຂໍ້ມູນກັບພວກເຮົາໄດ້ຜ່ານທາງ Facebook Page /Nissan Laos/ ຫລື ຕິດຕໍ່ 02076224494.

ລູກຄ້າທີ່ສົນໃຈສາມາດເລືອກສີໄດ້ ມີ: ສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີເງິນ ແລະ ສີຂາວມຸກ ທີ່ມີຫຼາຍສີໃຫ້ທ່ານເລືອກຈັບຈອງນິສສັນ ເທີຣາ ໄດ້ທີ່ຫອ້ງຂາຍ ນິສສັນ ໃກ້ບ້ານທ່ານ ຫລື ງານສະແດງລົດໂຊໃກ້ບ້ານທ່ານ.

ສຳລັບຂໍ້ມູນເພີ່ມຕື່ມຂອງລົດລຸ້ນອື່ນໆຂອງ ນິສສັນ ກະລຸນາເຂົ້າມາຢຽ້ມຢາມ website www.nissan-lao.la