ໂອກາດດີ ສຳລັບຜູ້ຢາກເຮັດວຽກໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ

339

ເພື່ອເປັນການປັບປຸງອັດຕາການຈັດຫາງານຂອງປະຊາຊົນລາວ ແລະ ສົ່ງເສີມວຽກເຮັດງານທໍາໃຫ້ປະຊາຊົນລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ຄະນະຄຸ້ມຄອງເສດເສດຖະກິດພິເສດ ແຂວງບໍ່ແກ້ວ ແລະ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ໄດ້ຮ່ວມມືກັບ ວິທະຍາໄລ ເຕັກນິກ-ວິຊາຊີບ ທອງສະບາ ເພື່ອເປີດຮັບສະໝັກພະນັກງານ ຜູ້ທີ່ມີຄວາມສົນໃຈຢາກເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ດັ່ງນັ້ນ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດ, ກະຊວງແຜນການ ແລະ ການລົງທຶນ ໄດ້ອອກປະກາດເຖິງນັກຮຽນ, ນັກສຶກສາ ແລະ ຜູ້ທີ່ຮຽນຈົບວິຊາສະເພາະພາຍໃນ ແຂວງ ບໍ່ແກ້ວ ເລື່ອງເຂົ້າຮ່ວມສະໝັກເຮັດວຽກຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງ ບໍ່ແກ້ວ. ເຊິ່ງເປີດຮັບສະໝັກໃນວັນທີ 23 ຕຸລາ 2019 ເວລາ 9 :00 ໂມງເຊົ້າ ທີ່ວິທະຍາໄລ ເຕັກນິກ-ວິຊາຊີບ ທອງສະບາ ເມືອງ ຫ້ວຍຊາຍ,ແຂວງບໍ່ແກ້ວ.

ໝາຍເຫດ: ສໍາລັບຄົນທີ່ບໍ່ຮູ້ພາສາຈີນ ແມ່ນທາງພວກເຮົາມີນະໂຍບາຍໃນການຝຶກອົບຮົມພາສາຈີນໃຫ້ ເປັນເວລາ 3 ເດືອນ ເຊິ່ງໃນໄລຍະ 3 ເດືອນນັ້ນ ຈະມີບ່ອນພັກເຊົາໃຫ້. ພາຍຫຼັງທີ່ຜ່ານໄລຍະຝຶກອົບຮົມຈະໄດ້ມີການສອບເສັງ ເພື່ອຄັດເລືອກເອົາບຸກຄົນທີ່ຮຽນຮູ້ໄວ, ສາມາດນໍາໃຊ້ພາສາຈີນສື່ສານໄດ້ຮັບເຂົ້າເປັນພະນັກງານ.