ເຮັດບຸນໃຫຍ່ກັບ 5 ຊາດດ້ວຍການຕັກບາດພຣະສົງ 300 ອົງທ້າຍອາທິດນີ້

383

ນັບວ່າເປັນກາລະໂອກາດໃນການສ້າງບຸນກຸສົນຮ່ວມຊາດຕັກບາດຮ່ວມຂັນອີກ 1 ວັນ ເພາະໃນວັນທີ 26 ຕຸລາ 2019 ທີ່ຈະມາເຖິງນີ້ ຈະໄດ້ມີບຸນໃຫຍ່ສາກົນເລີຍກໍວ່າໄດ້ ເປັນງານຕັກບາດພຣະສົງ 300 ອົງ ຈາກ 5 ປະເທດລຸ່ມແມ່ນໍ້າຂອງ ທີ່ວັດພະທາດຫຼວງວຽງຈັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

.

ພິທີຕັກບາດພຣະສົງ 5 ປະເທດ 300 ອົງ ໃນຄັ້ງນີ້ແມ່ນຢູ່ໃນໂຄງການທຳມະຍາດຕາ 5 ແຜ່ນດິນຕາມຮອຍພຣະອະຣິຍະເຈົ້າລ້ອງແມ່ນ້ຳຂອງ(ປີທີ 2) ທີ່ໄດ້ເປີດສາກຢ່າງຍິ່ງໃຫຍ່ທີ່ວັດພະທາດຜາເງົາເມືອງຊຽງເເສນ ຈັງຫວັດຊຽງຣາຍ ປະເທດໄທ ວັນທີ 15 ຕຸລາ 2019 ຜ່ານມາ.

ເພື່ອເປັນການເຜີຍແຜ່ທໍາມະໃຫ້ກວ້າງຂວາງ ແລກປ່ຽນບົດຮຽນຫຼັກທໍາຄໍາສອນໃຫ້ກັບບັນດາຜູ້ຊົງສິນ ກໍຄື: ຍາພໍ່, ເຈົ້າອາວາດ, ຄູບາ, ຈົວ ລວມທັງຜູ້ທີ່ມີຈິດໃຈໃສສັດທາ, ສາຍບຸນທັງຫຼາຍໃນ 5 ປະເທດ.

ດັ່ງນັ້ນ, ໃນວັນທີ 26 ຕຸລາ 2019 ນີ້ ກໍຈະໄດ້ມີການຈັດງານຕັດບາດທີ່ເປັນວັນບຸນໜຶ່ງທີ່ໃຫ້ປວງຊົນລາວ, ຊາວຕ່າງຊາດ ສ້າງມະຫາກຸສົນໃນການຖວາຍສັງຄະທານຕ່າງໆຕາມສັດທາ ແລະ ເຊີນຮ່ວມຕັກບາດໃນເວລາ 6:00 ເປັນຕົ້ນໄປ.

.

.