ທ່ານ ນາງ ກັນຍາ ຮັບບົດບາດເປັນຜູ້ຄວບຄຸມການແຂ່ງຂັນຄັດບານໂລກ 2022

142

ຂໍສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດ ໄດ້ຖືກແຕ່ງຕັ້ງຈາກ FIFA ໃຫ້ເປັນຜູ້ຄວບຄຸມການແຂ່ງຂັນບານໂລກ 2022 ຮອບຄັດເລືອກຮອບ 2 ນັດ ແຂ່ງຂັນລະຫວ່າງ ທີມຊາດສິງກະໂປ ເສຍໃຫ້ກັບ ທີມຊາດອຸດສະເບກິດສະຖານ 1 – 3 ທີ່ສະໜາມກີລາແຫ່ງຊາດສິງກະໂປ ໃນວັນອັງຄານທີ 15 ຕຸລາ 2019.

ຈາກເຫດການດັ່ງກ່າວ ເຮັດໃຫ້ ທ່ານ ນາງ ກັນຍາ ເປັນຄົນລາວ ຄົນທໍາອິດ ແລະ ຄົນດຽວໃນຕໍາແໜ່ງຜູ້ຄວບຄຸມການແຂ່ງຂັນຂອງ FIFA ແລະ AFC ເຊິ່ງເປັນຕໍາແໜ່ງສໍາຄັນໃນການຈັດການແຂ່ງຂັນບານເຕະ ທີ່ຕ້ອງມີໜ້າທີ່ເປັນຕົວແທນ FIFA ແລະ AFC ຈັດການແຂ່ງຂັນໃຫ້ເປັນໄປຕາມລະບຽບການແຂ່ງຂັນທີ່ FIFA ແລະ AFC ວາງອອກທຸກໆຂັ້ນຕອນ.

ທັງນີ້, ທ່ານ ນາງ ກັນຍາ   ແກ້ວມະນີ ເປັນ 1 ໃນຜູ້ຄວບຄຸມການແຂ່ງຂັນຍິງ ຈໍານວນ 4 ທ່ານ ຈາກທະວີບອາຊີ ທີ່ໄດ້ຮັບການໄວ້ວາງໃຈຈາກ FIFA ໃຫ້ເປັນຜູ້ຄວບຄຸມການແຂ່ງຂັນບານໂລກ 2022 ຮອບຄັດເລືອກໃນຄັ້ງນີ້ ເຊິ່ງຖືວ່າເປັນຄັ້ງປະຫວັດສາດທີ່ FIFA ໄດ້ຄັດເລືອກຜູ້ຄວບຄຸມການແຂ່ງຂັນຍິງເປັນຜູ້ບໍລິຫານຈັດການແຂ່ງຂັນບານໂລກຊາຍໃນໂຊນອາຊີ.

ສໍາລັບ ທ່ານ ນາງກັນຍາ ແກ້ວມະນີ ໃນເສັ້ນທາງການເປັນຜູ້ຄວບຄຸມການແຂ່ງຂັນແມ່ນເລີ່ມຕົ້ນມາຕັ້ງແຕ່ປີ 2007 ຈົນເຖິງປັດຈຸບັນ ເຊິ່ງມີຜົນງານໃນການຄວບຄຸມການແຂ່ງຂັນ ທັງບານເຕະຊາຍ ແລະ ຍິງ ບໍ່ວ່າຈະເປັນການຄວບຄຸມການແຂ່ງຂັນບານເຕະລາຍການ AFC Champions League, AFC Cup, AFC Futsal Club Championship, AFC Women’s Asian Cup Finals, AFC Women’s Futsal Champshioship ແລະ ທຸກໆການແຂ່ງຂັນບານເຕະຍິງຮຸ່ນອາຍຸຂອງ AFC.

ຄໍາສອນ; ຮູບຈາກ: ສຕລ