ຫຼັງເກີດລູກແມ່ຄວນຫຼຸດອາຫານ ຫຼື ບໍ່?

152

ຫຼັງເກີດເປັນອີກເວລາທີ່ສຳຄັນໃນການວາງຮາກຖານສູ່ ຄວາມສຳເລັດໃຫ້ລູກນ້ອຍທັງຄວາມສະຫຼາດ ແລະ ແຂງແຮງດ້ວຍການໃຫ້ນົມແມ່ ໂດຍອົງການອະນາໄມໂລກ ແລະ ຢູນິເຊັບ ແນະນຳວ່າລູກຄວນໄດ້ຮັບນົມແມ່ພຽງຢ່າງດຽວໂດຍບໍ່ຕ້ອງໃຫ້ນໍ້າ ຫຼື ອາຫານອື່ນໆ ຕັ້ງແຕ່ມື້ເກີດເຖິງ 6 ເດືອນ. ຈາກນັ້ນ, ໃຫ້ນົມແມ່ຄວບຄູ່ກັບການໃຫ້ອາຫານເສີມຕາມໄວຈົນກວ່າລູກອາຍຸ 2 ປີ ຫຼື ດົນກວ່ານັ້ນ.

ນໍ້ານົມແມ່ເປັນແຫຼ່ງອາຫານທີ່ສຳຄັນທີ່ສຸດສຳລັບລູກໄວເກີດໃໝ່ເປັນກຸນແຈສຳຄັນໃນການສົ່ງເສີມພັດທະນາການໃຫ້ກັບລູກໄດ້ຢ່າງເຕັມສັກກະຍະພາບຈຶ່ງເປັນໄລຍະທີ່ແມ່ຕ້ອງການສານອາຫານ ແລະ ພະລັງງານຫຼາຍກວ່າໄລຍະຖືພາອີກ ເມື່ອທຽບກັບ ຄວາມຕ້ອງການໃນໄວຜູ້ໃຫຍ່ປົກກະຕິແລ້ວ ແມ່ທີ່ໃຫ້ນົມຄວນໄດ້ຮັບພະລັງງານເພີ່ມອີກເຖິງ 500 ກິໂລແຄລໍຣີ ຫຼື ທຽບເທົ່າກັບອາຫານ 1 ຄາບ.

ຢ່າງໃດກໍຕາມ, ບໍ່ແມ່ນພຽງເພີ່ມປະລິມານອາຫານ ແຕ່ຕ້ອງເອົາໃຈໃສ່ເລືອກກິນອາຫານທີ່ມີປະໂຫຍດ ແລະ ມີສານອາຫານສຳຄັນຕ່າງໆຄົບຖ້ວນ ພ້ອມທັງເນັ້ນອາຫານທີ່ເປັນແຫຼ່ງໂປຣຕິນທີ່ມີຄຸນນະພາບ ເຊັ່ນ: ນົມ ແລະ ຄວາມຕ້ອງການສານອາຫານບາງຊະນິດຫຼາຍກວ່າປົກກະຕິ ເຊັ່ນ: ວິຕາມິນ ເອ, ວິຕາມິນ ຊີ, ວິຕາມິນ ອີ ແລະ ກຸ່ມວິຕາມິນ ບີ ລວມເຖິງມີຄວາມຕ້ອງການໂຄລີນຫຼາຍຂຶ້ນເປັນພິເສດ ແລະ ແຮ່ທາດ ເຊັ່ນ: ໄອໂອດິນ ເຊິ່ງສົ່ງເສີມພັດທະນາການສະໝອງ. ນອກຈາກນີ້, ຍັງພົບວ່າໄຂມັນຊະນິດພິເສດ ເຊັ່ນ: ດີເອັຈ໌ເອ ໃນນົມແມ່ຍັງສຳພັນກັບອາຫານທີ່ແມ່ເລືອກກິນນຳອີກ.

ດັ່ງນັ້ນ, ແມ່ຈຶ່ງບໍ່ຈຳເປັນຕ້ອງຫຼຸດອາຫານເພື່ອຫຼຸດນໍ້າໜັກຫຼັງເກີດ ເພາະຮ່າງກາຍ ແລະ ນໍ້າໜັກຈະຄ່ອຍໆກັບສູ່ສະພາວະປົກກະຕິໄດ້ເອງ ໂດຍບໍ່ຫຼຸດສັກກະຍະພາບຂອງແມ່ໃນການສົ່ງຜ່ານສານອາຫານດີໆຈາກນໍ້ານົມແມ່ສູ່ລູກນ້ອຍ. ການດື່ມນົມທີ່ເສີມສານອາຫານຢ່າງເໝາະສົມຍັງເປັນອີກທາງເລືອກທີ່ສະດວກໃນການເບິ່ງແຍງສຸຂະພາບຂອງແມ່ໃຫ້ພ້ອມໃນການສົ່ງສານອາຫານດີໆຜ່ານນົມແມ່ໄປໃຫ້ກັບລູກໄດ້.

ຂໍ້ມູນຈາກ: hi-family club laos

ຮຽບຮຽງ: ນຸ້ມນິ້ມ