ນໍ້າໝາກໂມປະສົມໝາກນາວໂຊດາ

269

ລອງປ່ຽນຈາກນໍ້າໝາກນາວໂຊດາມາເປັນນໍ້າໝາກໂມໂຊດາເພີ່ມລົດຊາດໃໝ່ດ້ວຍເນື້ອໝາກໂມປັ່ນລະອຽດ ແລະ ຕື່ມນໍ້າເຊື່ອມທີ່ມີກິ່ນຫອມຂອງໝາກນາວຮ່ວມນໍາຮັບຮອງວ່າສົດຊື່ນແນ່ນອນ.

ສ່ວນປະສົມ: ໝາກໂມແກະແກ່ນອອກຊອຍນ້ອຍໆ 4 ຖ້ວຍນ້ອຍ, ໂຊດາເຢັນໆ 2 ແກ້ວ, ນໍ້າຕານ 1/2 ຖ້ວຍນ້ອຍ, ໝາກນາວ 3 ໜ່ວຍ, ນໍ້າສະອາດ 1/4 ຖ້ວຍນ້ອຍ,  ຂູດເປືອກໝາກນາວ 1 ໜ່ວຍ.

ວິທີປຸງແຕ່ງ:

ເອົານໍ້າຕານ, ນໍ້າສະອາດ, ບີບນໍ້າໝາກນາວ ແລະ ເປືອກໝາກນາວໃສ່ໝໍ້ຄ້າງໄຟອ່ອນ ພໍນໍ້າຕານລະລາຍກໍປະໄວ້ໃຫ້ເຢັນ. ຈາກນັ້ນ, ເອົາໝາກໂມມາປັ່ນໃຫ້ລະອຽດຖອກນໍ້າໃສ່ນໍ້າເຊື່ອມທີ່ຕົ້ມໄວ້ ແລະ ຖອກໂຊດາໃສ່ຄົນໃຫ້ເຂົ້າກັນ ເວລາເສີບເອົານໍ້າກ້ອນໃສ່ຈອກແລ້ວຖອກນໍ້າໝາກໂມໂຊດາລົງແຕ່ງຈອກຕາມໃຈມັກເທົ່ານີ້ກໍພ້ອມເສີບແລ້ວ.

ຂໍ້ມູນຈາກ: kapook.com

ຮຽບຮຽງ: ນຸ້ມນິ້ມ