ເປີດຫ້ອງຂາຍລົດ ບີວາຍດີ ພ້ອມສະເໜີລົດໄຟຟ້າໃນລາວ

138

ບໍລິສັດ ໂມກ ຈໍາກັດ ໄດ້ຈັດພິທີເປີດຫ້ອງຂາຍລົດ ບີວາຍດີ ( BYD ) ຂອງຕົນຂຶ້ນ ພ້ອມນໍາລົດໄຟຟ້າ BYD ລຸ້ນ TANG EV ເຂົ້າມາຈໍາໜ່າຍໃນ ສປປ ລາວ ເພື່ອຮອງຮັບການຊົມໃຊ້ພະລັງງານໄຟຟ້າໃຫ້ເພີ່ມຂຶ້ນໃນຕໍ່ໜ້າ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ບໍລິສັດ ໂມກ ເປັນບໍລິສັດໜຶ່ງທີ່ໄດ້ຮັບການອໍານວຍ ຄວາມສະດວກໃນການດໍາເນີນທຸລະກິດ ເຊິ່ງໃຊ້ເວລາສັ້ນໆໃນການຂໍອະນຸຍາດດໍາເນີນທຸລະກິດ, ປັດຈຸບັນກົມການນໍາເຂົ້າ – ສົ່ງອອກໄດ້ອະນຸຍາດນໍາເຂົ້າລົດບໍລິສັດດັ່ງກ່າວແລ້ວ 40 ຄັນ ຄາດວ່າໃນມໍ່ໆນີ້ຈະໄດ້ມີການນໍາເຂົ້າມາຢ່າງຫຼວງຫຼາຍ, ການດໍາເນີນທຸລະກິດຂອງ ບໍລິສັດ ໂມກ ແມ່ນການປະກອບສ່ວນໃນການພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການເສຍພັນທະໃຫ້ລັດຖະບານ ແລະ ການສ້າງວຽກເຮັດງານທໍາ ລວມທັງເປັນການເພີ່ມທາງເລືອກໃນການຊົມໃຊ້ພາຫະນະໃຫ້ປະຊາຊົນ.

ທ່ານ Mok leng Tou ປະທານ ບໍລິສັດ ໂມກ ຈໍາກັດ ໄດ້ກ່າວວ່າ: ລົດ BYD ແມ່ນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊິ່ງຈະນໍາການປະຕິຮູບໃໝ່ເຂົ້າມາສູ່ຕະຫຼາດລົດຂອງປະເທດລາວ, ສໍາລັບສາຂາຂາຍລົດ ບີວາຍດີ ແຫ່ງທໍາອິດນີ້ ພວກເຮົາໄດ້ກຽມຄວາມພ້ອມລວມທັງທີມງານທີ່ເປັນມືອາຊີບທັງການຂາຍ, ການບໍລິການຫຼັງການຂາຍ. ສ່ວນສາຂາຕໍ່ໄປແມ່ນວາງເປົ້າທີ່ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ໃຫ້ໄດ້ພາຍໃນປີ 2020 ແລະ ຈະຂະຫຍາຍໄປໃນບັນດາເມືອງຂອບເຂດທົ່ວປະເທດ ເຖິງ 20 ຈຸດ ໂດຍຈະຍົກສູງຄຸນນະພາບການບໍລິການໃຫ້ດີທີ່ສຸດ.

ທ່ານ Liu Xue Liang ອໍານວຍການຝ່າຍຂາຍຂອງ BYD ປະຈໍາພາກພື້ນອາຊີປາຊີຟິກ ກ່າວວ່າ: ພວກເຮົາເຊື່ອວ່າບໍ່ແມ່ນພຽງແຕ່ເປັນການສ້າງປະຫວັດສາດໃໝ່ຂອງຕະຫຼາດລົດໃນປະເທດລາວ ສິ່ງທີ່ສໍາຄັນທີ່ສຸດມັນສາມາດພັດທະນາຊີວິດການເປັນຢູ່ຂອງຄົນລາວ ແລະ ພັດທະນາເຕັກໂນໂລຊີໃໝ່ ໂດຍສະເພາະແມ່ນລົດໄຟຟ້າທີ່ຮັກສາສິ່ງແວດລ້ອມໃຫ້ດີຂຶ້ນ.

ທ່ານ ນາງ ເພັດສີລາ ພົມອຸໄທ ຜູ້ຈັດການຝ່າຍຂາຍ ບໍລິສັດ ບີວາຍດີລາວ ໄດ້ກ່າວວ່າ: ລົດໄຟຟ້າທີ່ເປີດຕົວໃນຄັ້ງນີ້ແມ່ນລົດຍີ່ຫໍ້ BYD ລຸ້ນ TANG EV ທີ່ສາກໄຟຟ້າໃນຄົວເຮືອນທົ່ວໄປ 220 ໂວນ, ສາກຄັ້ງໜຶ່ງສາມາດແລ່ນໄດ້ເຖິງ 500 ກິໂລແມັດ, ລົດລຸ້ນດັ່ງກ່າວມີ 486 ແຮງມ້າ, ສ້າງ ຄວາມໄວແຕ່ 0 – 100 ກິໂລແມັດ ໃຊ້ເວລາພຽງ 4,4 ວິນາທີ, ຂັບເຄື່ອນ 4 ລໍ້ ຮັບປະກັນແບັດເຕີຣີ 8 ປີ ຫຼື 150.000 ກິໂລແມັດ, ສ່ວນຕົວລົດຮັບປະກັນ 4 ປີ ຫຼື 100.000 ກິໂລແມັດ, ລໍ້ແມັກຂອບ 22 ນິ້ວ, ລະບົບເບຣກແມ່ນດິສສະເບຣກໜ້າຫຼັງ ເຊິ່ງນໍາໃຊ້ ເບຣກຈາກບໍລິສັດບອດ ທີ່ໄດ້ຄຸນນະພາບ, ສໍາລັບພາຍໃນເບາະຈະເປັນເບາະໄຟຟ້າ, ມີຖົງລົມນິລະໄພ 8 ຈຸດ, ລະບົບເຊັນເຊີ ແລະ ກ້ອງ 360 ຮອບຄັນ, ມີກຸນແຈອັດສະລິຍະສາມາດສັ່ງງານລົດໃຫ້ຂັບເຄື່ອນເອງໄດ້.

ສ່ວນລະບົບສາກຂອງ BYD ແລະ ຂອງບໍລິສັດ ອີວີລາວ ທີ່ພັດທະນາສະຖານີສາກລົດໄຟຟ້າອາດຈະບໍ່ກົງກັນ ເພາະວ່າ ອີວີລາວ ໃຊ້ຫົວສາກຈາກເອີຣົບ ແຕ່ໃນໄວໆນີ້ BYD ກໍຈະມີສະຖານີເປັນຂອງເຮົາເອງ ລູກຄ້າຫາຍຫວ່ງເລີຍວ່າ BYD ສາມາດສາກໄຟຟ້າໃນບ້ານທົ່ວໄປໄດ້ເລີຍ ທ່ານ ນາງ ເພັດສີລາ ກ່າວ.

ພິທີເປີດຕົວຈັດຂຶ້ນໃນວັນທີ 19 ຕຸລາ 2019 ທີ່ຫ້ອງຂາຍລົດດັ່ງກ່າວບ້ານໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິຍົນ ພິລາວົງ ມີຜູ້ຕາງໜ້າຈາກ ບໍລິສັດ BYD ແລະ ຕົວແທນຜູ້ຈໍາໜ່າຍເຂົ້າຮ່ວມ.