ທໍາລາຍໝາກກະໂພກເກືອບ 600 ກິໂລ

127

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ຮ່ວມກັບເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ທໍາລາຍໝາກກະໂພກທີ່ຢຶດຈາກຊາວຄ້າຂາຍໃນນະຄອນຫຼວງວຽງຈັນ ຈໍານວນ 586,5 ກິໂລຖິ້ມ. ທັງນີ້, ແມ່ນເພື່ອປ້ອງກັນບໍ່ໃຫ້ມີການວາງຂາຍ ແລະ ຈູດຊະຊາຍ.

ພິທີທໍາລາຍໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2019 ທີ່ສະໜາມຍິງປືນກອງພັນໃຫຍ່ 497 ເມືອງທຸລະຄົມ ແຂວງວຽງຈັນ ມີຕາງໜ້າຕໍາຫຼວດເສດຖະກິດ, ເຈົ້າໜ້າທີ່ກວດກາການຄ້າຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ສີສົມພອນ ວໍລະບຸດ ຮອງຫົວໜ້າກວດກາການຄ້າ ພະແນກ ອຄ.ນວ ໄດ້ກ່າວວ່າ: ການຢຶດ ແລະ ທໍາລາຍສິນຄ້າດັ່ງກ່າວແມ່ນອີງໃສ່ ດໍາລັດ 508/ລບ ລົງວັນທີ 4 ທັນວາ 2012, ອີງຕາມການແຈ້ງການຂອງນະຄອນຫຼວງວຽງຈັນ ສະບັບເລກທີ 724/ຈນວ ລົງວັນທີ 3 ທັນວາ 2013 ວ່າດ້ວຍການເອົາໃຈໃສ່ກວດກາ, ສຶກສາອົບຮົມ, ສະກັດກັ້ນ, ແກ້ໄຂການນໍາເຂົ້າ, ຢຸດຕິການວາງຂາຍ, ການຈູດບັ້ງກະໂພກ, ດອກໄມ້ໄຟ, ບັັ້ງພຸ ແລະ ວັດຖຸທີ່ເຮັດໃຫ້ມີສຽງແຕກເປັນແສງໄຟອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ອີງຕາມການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກວດກາການຄ້າທັງ 9 ຕົວເມືອງ ນະຄອນຫຼວງວຽງຈັນ ຄັ້ງວັນທີ   12 – 13 ຕຸລາ 2019 ເຊິ່ງເປັນເທດສະການອອກພັນສາ ປະຈໍາປີ 2019 ໄດ້ພົບໝາກກະໂພກ ຈໍານວນ 586,5 ກິໂລ ມູນຄ່າ 36.549.000 ກີບ ທີ່ວາງຂາຍທົ່ວໄປຕາມຕະຫຼາດ ແລະ ຮ້ານຄ້າໃນນະຄອນຫຼວງວຽງຈັນ.

ສໍາລັບວິທີການທໍາລາຍແມ່ນກໍາລັງເຈົ້າໜ້າທີ່ປ້ອງກັນຊາດ ທີ່ສະໜາມຍິງປືນກອງພັນໃຫຍ່ 497 ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຂຸດຂຸມ ແລະ ເຜົາທໍາລາຍໝາກກະໂພກຈໍານວນດັ່ງກ່າວຖິ້ມ.

ຂ່າວ: ພຸດຕີ້ – ຮູບ: ວິລະສັກ