ຮອງຜູ້ວ່າການ ທຫລ ເນັ້ນໃຫ້ຄູ – ນັກສຶກສາເອົາໃຈໃສ່ພັດທະນາຕົນເອງຕໍ່ເນື່ອງ

161

ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ເນັ້ນຫຼາຍບັນຫາໃຫ້ຄູ – ອາຈານ ແລະ ນັກສຶກສາຂອງສະຖາບັນການທະນາຄານສືບຕໍ່ເອົາໃຈໃສ່ຍົກລະດັບຄວາມຮູ້ – ຄວາມສາມາດຢ່າງຕັ້ງໜ້າ ເພື່ອສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໃຫ້ມີປະສິດທິພາບ, ສ່ວນນັກສຶກສາກໍຕ້ອງພັດທະນາຕົນເອງຢູ່ເລື້ອຍໆ ນອກຈາກວິຊາສະເພາະແລ້ວ ຕ້ອງເສີມພາສາຕ່າງປະເທດ ແລະ ມີຄວາມຮູ້ດ້ານໄອທີ ຈຶ່ງຈະສາມາດແຂ່ງຂັນໄດ້.

ສະຖາບັນການທະນາຄານ ໄດ້ຈັດພິທີສະຫຼຸບສົກຮຽນເກົ່າ – ເປີດສົກຮຽນໃໝ່ຂຶ້ນໃນວັນທີ 18 ຕຸລາ 2019 ຜ່ານມາທີ່ສະໂມສອນສະຖາບັນດັ່ງກ່າວ. ສໍາລັບສົກສຶກສາ 2018 – 2019 ສະຖາບັນການທະນາຄານມີນັກສຶກສາ ທັງໝົດ 3.244 ຄົນ ຍິງ 2.195 ຄົນ. ສຳລັບໃນສົກສຶກສາ 2019 – 2020 ໄດ້ຮັບນັກສຶກສາໃໝ່ ຈໍານວນ 1.575 ຄົນ ເຊິ່ງໄດ້ເພີ່ມຂຶ້ນຈາກສົກຜ່ານມາ 8,99% ສ່ວນນັກສຶກສາທີ່ຮຽນດີ – ຮຽນເກັ່ງ ສາມາດຍາດໄດ້ທຶນການສຶກສາປະເພດ II ຈໍານວນ 25 ຄົນ. ໃນນີ້, ມີນັກສຶກສາປະລິນຍາຕີ ລຸ້ນ 17 ມີ 5 ຄົນ ແລະ ປະລິນຍາຕີ ລຸ້ນ 18 ມີ 20 ຄົນ.

ໃນໂອກາດນີ້, ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການນຳພາຂອງຄະນະນຳ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງຄູ – ອາຈານໃນສົກຮຽນຜ່ານມາ ເຮັດໃຫ້ການຮຽນ – ການສອນບັນລຸຜົນຢ່າງໜ້າເພິ່ງພໍໃຈ ແລະ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດໃຫ້ປະເທດຊາດ, ເວົ້າສະເພາະໃນຂະແໜງການທະນາຄານ – ສະຖາບັນການເງິນ ແລະ ຍັງຮຽກຮ້ອງໃຫ້ຜູ້ທີ່ສຳເລັດການສຶກສາໃໝ່ ຕ້ອງນໍາເອົາຄວາມຮູ້ – ຄວາມສາມາດໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີຫົວຄິດປະດິດສ້າງ, ມີ ຄວາມຊື່ສັດ ແລະ ມີຈັນຍາບັນໃນອາຊີບ.

ສຳລັບນັກສຶກສາທີ່ກຳລັງຮຽນ ກໍໃຫ້ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ ໂດຍສະເພາະເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ສ້າງ ແລະ ພັດທະນາຕົນເອງໃນທຸກດ້ານ ເປັນຕົ້ນແມ່ນການປະຕິບັດລະບຽບວິໄນໃຫ້ດີ; ສະເພາະບັນດາຄູ – ອາຈານຈົ່ງສືບຕໍ່ພັດທະນາຄວາມຮູ້ດ້ານວິຊາສະເພາະ, ພາສາຕ່າງປະເທດ, ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຖ່າຍທອດບົດຮຽນໃຫ້ນັກສຶກສາ ແລະ ສະເໜີໃຫ້ສະຖາບັນການທະນາຄານ ສືບຕໍ່ປັບປຸງຫຼັກສູດການຮຽນ, ປັບປຸງວິທີສິດສອນໃຫ້ມີຄຸນນະພາບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງສັງຄົມໃນປັດຈຸບັນ.

ຂ່າວ – ຮູບ: ສົມສະຫວິນ