ຫວັ່ນສະບຽງອາຫານອາດຈະຂາດຕະຫຼາດບາງໄລຍະ

86

ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຫວັ່ນການສະໜອງສະບຽງອາຫານໃນທ້າຍລະດູຝົນປີນີ້ ອາດບໍ່ໄດ້ຕາມປົກກະຕິຄືປີຜ່ານມາ ເນື່ອງຈາກຜົນກະທົບຈາກໄພທໍາມະຊາດທີ່ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດຢ່າງໜັກໜ່ວງ. ດັ່ງນັ້ນ, ຕ້ອງສຸມໃສ່ການຜະລິດໃນປີຕໍ່ໄປເພື່ອທົດແທນ ໂດຍແນໃສ່ສົ່ງເສີມການຜະລິດເປັນຂະບວນການຂອງຊາວກະສິກອນ ແລະ ຜູ້ປະກອບການ.

ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ປີນີ້ປະເທດລາວ ໄດ້ຮັບຜົນກະທົບຈາກໄພທໍາມະຊາດຢ່າງໜັກໜ່ວງ ເປັນຕົ້ນໄພນໍ້າຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ໄພແຫ້ງແລ້ງ ແລະ ການລະບາດຂອງບົ້ງຝູງສາລີ ຢູ່ພາກເໜືອ ແລະ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ລາວເຮົາຈະມີຄວາມຫຍຸ້ງຍາກໃນໄລຍະສັ້ນ ກໍຄືທ້າຍລະດູຝົນປີນີ້ ການສະໜອງສະບຽງອາຫານຈະບໍ່ສາມາດຕອບສະໜອງໄດ້ຕາມປົກກະຕິຄືປີຜ່ານມາ, ປະຊາຊົນຫຼາຍເຂດຢືນຢູ່ຕໍ່ໜ້າຄວາມສ່ຽງທີ່ຈະທຸກຍາກຂຶ້ນຕື່ມ, ຄອບຄົວ, ບ້ານພົ້ນທຸກ ຢູ່ໃນເຂດທີ່ໄດ້ຮັບຜົນກະທົບຈະກັບມາທຸກຍາກຄືນ.

ເຖິງຢ່າງໃດກໍຕາມ, ເພື່ອເປັນການທົດແທນຜົນເສຍຫາຍໃນລະດູຝົນປີນີ້ ແລະ ມີສ່ວນແຮໄວ້ ເພື່ອເປັນສະບຽງພາຍໃນ ພ້ອມຂາຍເປັນສິນຄ້າ; ຂະແໜງກະສິກໍາ ແລະ ປ່າໄມ້  ບົນພື້ນຖານຄວາມເປັນເອກະພາບກັບທ້ອງຖິ່ນໃນທົ່ວປະເທດ ໄດ້ວາງຄາດໝາຍສູ້ຊົນສູງກວ່າທຸກປີ ຄື: ຜະລິດນາແຊງໃຫ້ໄດ້ 100.000 ເຮັກຕາ, ນາປີໃຫ້ໄດ້ 870.000 ເຮັກຕາ, ຜົນຜະລິດເຂົ້າທັງໝົດໃຫ້ໄດ້ 4 ລ້ານໂຕນ, ປູກພືດເປັນສິນຄ້າໃຫ້ໄດ້ 384.300 ເຮັກຕາ; ສະໜອງ ຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ ສະເລ່ຍການບໍລິໂພກ 65 ກິໂລຕໍ່ຄົນຕໍ່ປີ ໃນປີ 2020. ຕໍ່ກັບຄາດໝາຍດັ່ງກ່າວ ແມ່ນຕ້ອງສູ້ຊົນສຸມໃສ່ການຜະລິດກະສິກໍາ ແລະ ປ່າໄມ້ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ ເປັນຕົ້ນການຂຸ້ນຂ້ຽວຕອບສະໜອງສະບຽງອາຫານຢ່າງພຽງພໍໃຫ້ທົ່ວປະເທດ, ເຂດທີ່ຖືກກະທົບ, ເຂດທີ່ນໍ້າຖ້ວມຂັງ ແລະ ເຂດຕົວເມືອງໃຫຍ່, ສົມທົບກັບການຍູ້ແຮງການຜະລິດສິນຄ້າໃຫ້ແກ່ການບໍລິໂພກພາຍໃນ, ເປັນວັດຖຸດິບ ແລະ ສົ່ງອອກຢ່າງແຂງແຮງ. ຍິ່ງໄປກວ່ານັ້ນ ໃນປີ 2020 ຕ້ອງສຸມໃສ່ການຜະລິດເຂົ້າໃນເຂດທີ່ມີເງື່ອນໄຂ, ຜະລິດພືດຜັກ, ທາດຊີ້ນ ດ້ວຍການຊຸກຍູ້ຂະບວນການຂອງປະຊາຊົນຊາວກະສິກອນ, ວິສາຫະກິດກະສິກໍາ, ຜູ້ປະກອບການ, ຟາມຕ່າງໆ ເປັນຜູ້ເຮັດຢ່າງເປັນຂະບວນການ ໂດຍມີການຈັດຕັ້ງທີ່ດີຈາກອົງການປົກຄອງຂັ້ນທ້ອງຖິ່ນຕ່າງໆ.

ຂະນະດຽວກັນ ທ່ານ ຄໍາຫຼ້າ ແສງດາວົງ ຜູ້ອໍານວຍການລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ຽວກັບການສະໜອງສະບຽງອາຫານໃນປັດຈຸບັນອາດມີບັນຫາເລັກໜ້ອຍ ແຕ່ກໍຈະເປັນພຽງໄລຍະສັ້ນເທົ່ານັ້ນ ທີ່ຈະບໍ່ສາມາດສະໜອງໄດ້ຕາມປົກກະຕິ ແຕ່ທັງນີ້ທັງນັ້ນ ກໍມີຫຼາຍສາເຫດ ທັງໄພທໍາມະຊາດທໍາລາຍຜົນຜະລິດ, ການຈັດການການຜະລິດທີ່ບໍ່ເປັນລະບົບເທົ່າທີ່ຄວນ, ຊາວກະສິກອນບໍ່ຜະລິດຕໍ່ເນື່ອງຍ້ອນແລ່ນຕາມລາຄາ ແລະ ສິນຄ້າທີ່ປ່ຽນແປງຢູ່ຕະຫຼອດເຮັດໃຫ້ສິນຄ້າບາງປະເພດ ບາງໄລຍະມີຫຼາຍເກີນໄປ ແລະ ໜ້ອຍເກີນໄປ ບໍ່ມີຄວາມດຸ່ນດ່ຽງກັນ. ສະເພາະນະຄອນຫຼວງວຽງຈັນ ຖືວ່າການສະໜອງສະບຽງອາຫານຍັງປົກກະຕິດີ ເປັນຕົ້ນການສະໜອງຊີ້ນເຂົ້າຕະຫຼາດຂອງໂຮງຂ້າສັດດອນດູ່ຍັງມີຈໍານວນຫຼາຍ ປະມານ 200 ໂຕຕໍ່ມື້ ເຊິ່ງເປັນຈໍານວນປົກກະຕິ.

ຂ່າວ: ເອຢິບ