ການກໍ່ສ້າງເຂື່ອນນ້ຳງື່ມ 3 ຄືບໜ້າກວ່າ 72%

111

ການກໍ່ສ້າງເຂື່ອນນ້ຳງື່ມ 3 ຄືບໜ້າກວ່າ 72%ສ່ວນວຽກງານກໍ່ສ້າງບ້ານຈັດສັນໃຫ້ປະຊາຊົນຜູ້ຖືກກະທົບຄືບໜ້າເກືອບ 70% ໃນຂະນະທີ່ວຽກງານຟື້ນຟູ ແລະ ປັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນບ້ານຊຽງແດດ ຄືບໜ້າເກືອບ 40%.

ວັນທີ 17 ຕຸລາຜ່ານມາ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ແລະ ທ່ານ ສອນເພັດ ເມືອງວົງ ປະທານ ບໍລິສັດ ແສງເພັດກໍ່ສ້າງຂົວທາງ ຈຳກັດ ຮັບເໝົາກໍ່ສ້າງພື້ນຖານໂຄງລ່າງບ້ານຈັດສັນໃໝ່ ( ບ້ານຊຽງແດດ ), ທ່ານ ພູວຽງ ພົງສະຫວັດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານ້ຳງື່ມ 3 ພາວເວີ ຈຳກັດ, ບໍລິສັດ ທີ່ປຶກສາສິ່ງແວດລ້ອມ  ( ຮັບເໝົາຟື້ນຟູຊີວິດການເປັນຢູ່ ) ໄດ້ກວດກາການກໍ່ສ້າງບ້ານຈັດສັນ ແລະ ໂຄງລ່າງພື້ນຖານ ບ້ານຊຽງແດດ ເມືອງພູກູດ ແຂວງຊຽງຂວາງ ຂອງໂຄງການເຂື່ອນໄຟຟ້ານ້ຳງື່ມ 3 ການລົງກວດກາຄັ້ງນີ້ໄດ້ກວດກາເບິ່ງການກໍ່ສ້າງເຮືອນ, ເສັ້ນທາງ, ສຸກສາລາ, ໂຮງຮຽນ, ສວນສາທິດ, ສິ່ງແວດລ້ອມ ແລະ ສັງຄົມ.

ທ່ານ ຕິ່ງຄຳ ແກ້ວອາສາວົງ ຫົວໜ້າຫ້ອງການສິ່ງແວດລ້ອມ ບໍລິສັດນ້ຳງື່ມ 3 ກໍໄດ້ລາຍງານໃຫ້ຮູ້ວ່າ: ວຽກງານກໍ່ສ້າງບ້ານຈັດສັນໃໝ່ ບ້ານຊຽງແດດ ສຳເລັດແລ້ວ 64,98%, ວຽກງານຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນບ້ານຊຽງແດດ ມີຄວາມຄືບໜ້າ 38,78%, ວຽກງານກິດຈະກຳສວນສາທິດຄືບໜ້າ 87,71%, ຄວາມຄືບໜ້າທັງໝົດໃນການຜະລິດທໍ່ສົ່ງນ້ຳ 71,57%, ການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 3 ປັດຈຸບັນໄດ້ 72,42% ການລົງກວດກາຄັ້ງນີ້ ປະຊາຊົນບ້ານຊຽງແດດ ກໍໄດ້ສະເໜີໃຫ້ບໍລິສັດກວດກາເກັບກຳຂໍ້ມູນຄືນເນື້ອທີ່ດິນຕົກຄ້າງ, ການຍົກຍ້າຍປ່າຊ້າຂອງບ້ານ.

ໂອກາດນີ້, ທ່ານຮອງເຈົ້າແຂວງ ກໍໄດ້ມີຄຳຄິດເຫັນໂອ້ລົມປະຊາຊົນ ແລະ ຊີ້ນຳບໍລິສັດໃຫ້ຮີບຮ້ອນກໍ່ສ້າງນ້ຳລິນ, ສ້າງເສັ້ນທາງໄປປ່າຊ້າ, ກຳນົດບ່ອນຖິ້ມຂີ້ເຫຍື້ອ, ສ້າງໃຫ້ເປັນບ້ານຕົວແບບພາຍໃນແຂວງ, ໃນຂະນະດຽວກັນປະຊາຊົນຕ້ອງເຂົ້າໃຈໃນການພັດທະນາ, ການດຳລົງຊີວິດມີການປ່ຽນແປງ, ຮ່ຳຮຽນເອົາວິທີເຕັກນິກການປູກຝັງ – ລ້ຽງສັດຈາກສວນສາທິດ, ມີແນວຄິດສ້າງສາພັດທະນາ, ກຸ້ມຕົນເອງຕາມທິດສີຂຽວຍືນຍົງ, ຄະນະບ້ານຕ້ອງສຶກສາອົບຮົມແນວຄິດຈິດໃຈໃນການຍົກຍ້າຍມາຢູ່ບ້ານຈັດສັນ, ຕ້ອງຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກຳນົດເປັນບ່ອນທ່ອງທ່ຽວພັກແວະກິນປາ, ຂາຍຜົນຜະລິດກະສິກຳ, ຫັດຖະກຳ ເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ບຸນມີ ແສງທຸມມີ