ຂ່າວດີມາອີກແລ້ວ! ເປີດຮັບສະໝັກທຶນຮຽນ ໃນລະດັບມະຫາວິທະຍາໄລ

293

ນັບວ່າເປັນຂ່າວດີ ສຳລັບນ້ອງໆນັກສຶກສາ ທີ່ຂາດເຂີນທຶນຮອນເຂົ້າໃນການສຶກສາຢູ່ຂັ້ນມະຫາວິທະຍາໄລ ເນື່ອງຈາກ SCG, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ (ALC) ມີຄວາມຍິນດີມອບທຶນການສຶກສາ ໃຫ້ກັບນັກສຶກສາລະດັບປະລິນຍາຕີ ໃນຂົງເຂດນະຄອນຫຼວງວຽງຈັນ ເຊິ່ງປະກາດຮັບສະໝັກແຕ່ນີ້ ຈົນເຖິງ 8 ພະຈິກ 2019.

ພາບປະກອບຂ່າວ

ເຊິ່ງຈະຮັບໄດ້ຮັບທຶນການສຶກສາຕໍ່ເນື່ອງໃນລະດັບປະລິນຍາຕີ 600 ໂດລາສະຫະລັດຕໍ່ປີຈົນຈົບການສຶກສາໂດຍບໍ່ມີເງື່ອນໄຂໃນການຊົດໃຊ້ທຶນຄືນ; ມີໂອກາດເຂົ້າຮ່ວມກິດຈະກໍາກັບກຸ່ມໝູ່ເພື່ອນທຶນການສຶກສາ SCG Sharing the Dream ໃນປະເທດອາຊຽນ; ໄດ້ຮັບການດູແລ, ແລກປ່ຽນຄວາມຮູ້ ແລະ ໃຫ້ຄໍາປຶກສາຈາກອ້າຍເອື້ອຍ SCG. ສ່ວນຜູ້ສະໝັກທີ່ມີຄວາມໂດດເດັ່ນທາງດ້ານກິດຈະກໍາຊ່ວຍເຫຼືອສັງຄົມ ແລະ ສິ່ງແວດລ້ອມຈະໄດ້ຮັບການພິຈາລະນາເປັນພິເສດ.

ພາບປະກອບຂ່າວ

ເງື່ອນໄຂຂອງຜູ້ສະໝັກ: ມີຜົນການຮຽນຢູ່ໃນລະດັບດີ (3.00 ຂຶ້ນໄປ); ມີຄວາມກະຕັນຍູຕໍ່ພໍ່ແມ່, ເປັນຄົນດີຂອງສັງຄົມ ແລະ ມີຄວາມກະຕືລືລົ້ນຕໍ່ການສຶກສາແຕ່ຂາດທຶນຮອນ ແລະ ການຕັດສິນຜູ້ຮັບທຶນໂດຍຄະນະກໍາມະການຂອງ SCG.

ພາບປະກອບຂ່າວ

ສຳລັບວິທີສະໝັກ: ສາມາດເຂົ້າມາຂຽນໃບສະໝັກໄດ້ທີ່ ບໍລິສັດ ຟ້າໃຫຍ່ ມີເດຍ ຈໍາກັດ (BigBlue Agency Laos). ຂຽນບົດຄວາມໃນຫົວຂໍ້: “ອາຊີບໃນອະນາຄົດຂອງຂ້ອຍຈະມີສ່ວນໃນການພັດທະນາປະເທດໄດ້ແນວໃດ” ຕັ້ງແຕ່ມື້ນີ້ ຈົນເຖິງ 8 ພະຈິກ 2019 ຫຼື ຕິດຕໍ່ສອບຖາມເພີ່ມຕື່ມ ໂທ 020 5931 3431.