ໂຮງຮຽນມະຍຸລີ ຈັດກິດຈະກຳແຂ່ງຂັນເລົ່າຄາຖາເຊົາຢາສູບ

308

ໃນວັນທີ 18 ຕຸລາຜ່ານມາ ພະອາຈານ ບຸນຍາດ ຄໍາຜຸ ເຈົ້າອາວາດວັດນາກໃຫຍ່ ເມືອງສີສັດຕະນາກ ໄດ້ລົງຈັດກິດຈະກໍາສິນຫ້າຕ້ານຢາເສບຕິດ ແລະ ແຂ່ງຂັນເລົ່າຄາຖາເຊົາຢາສູບ ຂຶ້ນທີ່ໂຮງຮຽນມະຍຸລີ.

ພະອາຈານ ບຸນຍາດ ຄຳຜຸ ກ່າວໃຫ້ຮູ້ວ່າ: ກິດຈະກຳດັ່ງກ່າວຈັດຂຶ້ນເພື່ອໃຫ້ຫຼານນ້ອຍພາຍໃນໂຮງຮຽນໄດ້ຮັບຮູ້ເຖິງສິນຫ້າ ເຊິ່ງເປັນພື້ນຖານຂອງພະພຸດທະສາສະໜາ ພ້ອມທັງໃຫ້ນັກຮຽນໄດ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດ ເປັນຕົ້ນແມ່ນ: ຢາສູບ, ຢາບ້າ, ສິ່ງມຶນເມົາ ແລະ ອື່ນໆ ເພື່ອບໍ່ໃຫ້ນັກຮຽນ – ນັກສຶກສາໄປຫຍຸ້ງກ່ຽວກັບສິ່ງເສບຕິດ ເພາະມັນເປັນສິ່ງທີ່ທຳລາຍອະນາຄົດຂອງເດັກນ້ອຍກໍຄືຂອງຊາດ.

ໃນນັ້ນ, ທາງໂຮງຮຽນຍັງໄດ້ຄັດເລືອກເອົານັກຮຽນຈໍານວນໜຶ່ງຂຶ້ນແຂ່ງຂັນເລົ່າຄາຖາເຊົາຢາສູບ ໂດຍຄະນະກຳມະການໄດ້ເນັ້ນເລືອກສະເພາະຜູ້ທີ່ເລົ່າໄດ້ຄ່ອງແຄ້ວ, ເປັນຈັງຫວະ ແລະ ຖືກຕ້ອງຕາມຫຼັກໄວຍາກອນ ( ຈຸດ, ຈ້ຳ, ວັກ, ຕອນ ), ມີນ້ຳສຽງແຈ່ມແຈ້ງ, ການແນະນຳຕົນເອງ ແລະ ບຸກຄະລິກກະພາບ ເພື່ອຊີງລາງວັນເອົາລົດຖີບ.

ຜ່ານການຄັດເລືອກຈາກກໍາມະການຜູ້ທີ່ສາມາດເລົ່າໄດ້ມ່ວນ ແລະ ຖືກຈັງຫວະ ຊະນະເລີດອັນດັບທີ 1 ແມ່ນ ນາງ ເຈນຈິລາ ແກ້ວພູທອງ ຊັ້ນ ມ 4 ໄດ້ຮັບລາງວັນລົດຖີບ 1 ຄັນ ແລະ ນັກຮຽນທີ່ເຂົ້າຮ່ວມແຂ່ງຂັນແມ່ນໄດ້ຮັບຂອງຂວັນລາງວັນເປັນເຂົ້າໜົມ ແລະ ອຸປະກອນການຮຽນຈຳນວນໜຶ່ງ. ສຳລັບນ້ອງໆທີ່ເຂົ້າຮ່ວມກິດຈະກຳກໍໄດ້ຮັບອຸປະກອນການຮຽນ ເຊັ່ນ: ປຶ້ມ, ບິກ, ສໍ ແລະ ອື່ນໆ ຕິດມືກັບບ້ານເຊັ່ນດຽວກັນ.

ໂອກາດດຽວກັນນີ້, ທ່ານ ນາງ ມະຍຸລີ ພົມມະໂວຫານ ຜູ້ອຳນວຍການໂຮງຮຽນມະຍຸລີ ໃຫ້ສຳພາດວ່າ: ກິດຈະກຳດັ່ງກ່າວຖືວ່າມີຜົນດີຕໍ່ນັກຮຽນຫຼາຍ ເຊິ່ງສັງເກດເຫັນວ່າເມື່ອກ່ອນນັກຮຽນຈະມັກຕີກັນ, ຜິດຖຽງກັນວຸ່ນວາຍ ພາຍຫຼັງທີ່ທາງໂຮງຮຽນໄດ້ນຳໂຄງການເມດຕາທຳ ແລະ ກິດຈະກຳສິນຫ້າຕ້ານຢາເສບຕິດເຂົ້າມາ ເຫັນວ່ານັກຮຽນມີພຶດຕິກຳດີຂຶ້ນ, ມີຈິດສຳນຶກດີຂຶ້ນເວລາຢູ່ຮ່ວມກັບຄົນອື່ນ, ຮູ້ຈັກຮັກແພງສາມັກຄີກັນ, ຮູ້ຈັກຖືກຜິດ, ຮູ້ຈັກໃຫ້ອະໄພໝູ່ເພື່ອນ.

ຂ່າວ:ແກ້ວ; ຮູບ:ສອນໄຊ