ສຳມະນາວຽກງານມາດຕະຖານ ແລະ ວັດແທກ ໃນຍຸກອຸດສາຫະກຳ 4.0

78

ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດສຳມະນາເຜີຍແຜ່ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ເພື່ອໃຫ້ຜູ້ເຂົ້າຮ່ວມ ກໍຄືນັກສຶກສາໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງກ່ຽວກັບຄວາມໝາຍສຳຄັນ ແລະ ພາລະບົດບາດວຽກງານດັ່ງກ່າວຫຼາຍຍິ່ງຂຶ້ນ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ເປັນການເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກົມມາດຕະຖານ ແລະ ວັດແທກ ເພື່ອສ້າງຈິດສຳນຶກໃຫ້ແກ່ສັງຄົມ ເປັນຕົ້ນແມ່ນຜູ້ສ້າງນິຕິກຳກ່ຽວກັບມາດຕະຖານ ແລະ ຄຸນນະພາບ, ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ ລວມເຖິງພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດເຂົ້າໃຈໄດ້ຢ່າງເລິກເຊິ່ງກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານຕໍ່ການພັດທະນາເສດຖະກິດ – ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ.

ທ່ານກ່າວຕື່ມວ່າ: ການພັດທະນາວຽກງານມາດຕະຖານແມ່ນເພື່ອອຳນວຍ ຄວາມສະດວກ, ຊຸກຍູ້ສົ່ງເສີມດ້ານການຄ້າ ໂດຍຜ່ານການບັນທຶກ ແລະ ຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກ ເພື່ອຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິິການມີບົດບາດສຳຄັນໃນການພັດທະນາແບບຍືນຍົງການຢັ້ງຢືນຮັບຮອງເອົາມາດຕະຖານຂອງຜະລິດຕະພັນ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ. ນອກນັ້ນ, ຍັງຊ່ວຍຍົກສູງສະມັດຖະພາບ ແລະ ຄຸນນະພາບການຜະລິດ ເພື່ອສ້າງຄວາມເຊື່ອໝັ້ນເພີ່ມຂຶ້ນໃຫ້ແກ່ຜູ້ຊົມໃຊ້ອີກດ້ວຍ.

ງານສໍາມະນາດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ຮສ. ສັກມອນ ສິຣິສັກ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມີບັນດາຮອງຫົວໜ້າກົມ, ບັນດາຫົວໜ້າພະແນກ, ຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ 100 ກວ່າຄົນ.

ຂ່າວ – ຮູບ: ສົມສະຫວິນ