ຈັດງານສະແດງດົນຕີການກຸສົນ ໂຕໂຢຕ້າ ຄລາສສິກ ເພື່ອຊ່ວຍຜູ້ປະສົບໄພນ້ຳຖ້ວມພາກໃຕ້

65

ໂຕໂຢຕ້າລາວ ໄດ້ຈັດງານສະແດງດົນຕີການກຸສົນ “ ໂຕໂຢຕ້າ ຄລາສສິກ ຄັ້ງທີ 30 ” ໃນຕອນແລງຂອງວັນທີ 18 ຕຸລາ 2019 ຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ Masaaki Kawabata ຜູ້ອຳນວຍການ ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ ເປັນເຈົ້າພາບຈັດງານ ພ້ອມດ້ວຍບັນດາການນຳພັກ – ລັດ, ສະຖານທູດ, ບັນດາແຂກທີ່ຖືກເຊີນ ແລະ ຜູ້ຊົມທີ່ສົນໃຈຊື້ບັດເຂົ້າຮ່ວມງານຈໍານວນຫຼາຍ.

ການສະແດງດົນຕີຄັ້ງນີ້ ໂດຍແມ່ນວົງລອນດອນ ແຊມເບີ ອໍ  ເຄສຕຣ້າ ທີ່ເກົ່າແກ່ທີ່ສຸດຈາກປະເທດອັງກິດ ເຊິ່ງກໍ່ຕັ້ງເມື່ອປີ 1921 ແລະ ເປັນວົງທີ່ມີຄວາມສຳຄັນໃນວົງການດົນຕີ ຄລາສສິກຢ່າງຫຼວງຫຼາຍ ທີ່ອຳນວຍເພງໂດຍ ທ່ານ ຄຣິສໂຕເຟີ ວໍເຣັນ ກຣີນ ( Christopher Warren – Green; Principal Conductor & Music Director ). ນອກຈາກການບັນເລງດົນຕີພາຍໃນງານແລ້ວ ວົງລອນດອນ ແຊມເບີ ອໍເຄສຕຣ້າ ຍັງໄດ້ໄປຝຶກສອນການຫຼິ້ນດົນຕີ ຄລາສສິກໃຫ້ກັບນັກຮຽນໂຮງຮຽນສິລະປະແຫ່ງຊາດອີກດ້ວຍ.

ສໍາລັບລາຍໄດ້ທັງໝົດຈາກການຂາຍບັດພ້ອມທຶນສະໜັບສະໜູນສົມທົບຂອງ ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ ລວມທັງໝົດຈຳນວນ 200 ລ້ານກີບ ຈະໄດ້ມອບໃຫ້ພາກລັດ ເພື່ອໃຊ້ສືບຕໍ່ຊ່ວຍເຫຼືອຟື້ນຟູຜູ້ປະສົບໄພນ້ຳຖ້ວມພາກໃຕ້ທີ່ເກີດຄວາມສູນເສຍຢ່າງຫຼວງຫຼາຍໃນໄລຍະຜ່ານມາ.

ໂຄງການໂຕໂຢຕ້າ ຄລາສສິກ ເລີ່ມກໍ່ຕັ້ງເມື່ອປີ 1990 ຈັດຂຶ້ນປີນີ້ເປັນຄັ້ງທີ 30 ມີວັດຖຸປະສົງເພື່ອສົມທົບທຶນນຳລາຍໄດ້ທັງໝົດໂດຍບໍ່ຫັກຄ່າໃຊ້ຈ່າຍມອບໃຫ້ກັບອົງກອນເພື່ອການກຸສົນຕ່າງໆ ນຳໄປຊ່ວຍເຫຼືອສັງຄົມພາຍໃນປະເທດທີ່ຈັດສະແດງຜ່ານທາງການບັນເລງດົນຕີ  ຄລາສສິກ ເຊິ່ງເປັນສິລະປະທາງດົນຕີ ຊັ້ນສູງບັນເລງໂດຍວົງດົນຕີ ຄລາສສິກລະດັບໂລກ.

ສໍາລັບໃນປີນີ້, ງານສະແດງດົນຕີ ໂຕໂຢຕ້າ ຄລາສສິກ ໄດ້ເດີນທາງຈັດສະແດງທັງໝົດ 6 ປະເທດ ໄດ້ແກ່: ສປປ ລາວ, ໄທ, ບຣູໄນ, ມາເລເຊຍ, ກຳປູເຈຍ ແລະ ສສ ຫວຽດນາມ ຕາມລຳດັບ.

ຂ່າວ: ບຸນທັນ, ຮູບ: ແສງທອງ