ຮອງເຈົ້າແຂວງຊຽງຂວາງ ລົງກວດກາການກໍ່ສ້າງບ້ານຈັດສັນ ແລະ ໂຄງລ່າງພື້ນຖານ ໂຄງການເຂື່ອນໄຟຟ້ານ້ຳງື່ມ3

276

ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດແສງເພັດກໍ່ສ້າງຂົວທາງຈຳກັດ ຮັບເໝົາກໍ່ສ້າງພື້ນຖານໂຄງລ່າງບ້ານຈັດສັນໃໝ່(ບ້ານຊຽງແດດ), ທ່ານ ພູວຽງ ພົງສະຫັວດ ຮອງຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້ານ້ຳງື່ມ3ພາວເວີຈຳກັດ, ບໍລິສັດທີ່ປຶກສາສິ່ງແວດລ້ອມ(ຮັບເໝົາຟື້ນຟູຊີວິດການເປັນຢູ່) ໄດ້ກວດກາການກໍ່ສ້າງບ້ານຈັດສັນ ແລະ ໂຄງລ່າງພື້ນຖານ ບ້ານຊຽງແດດ ເມືອງພູກູດ ແຂວງຊຽງຂວາງ ຂອງໂຄງການເຂື່ອນໄຟຟ້ານ້ຳງື່ມ3 ເມື່ອວັນທີ17ຕຸລາ2019.

ການລົງກວດກາຄັ້ງນີ້ໄດ້ກວດກາເບິ່ງການກໍ່ສ້າງເຮືອນ, ເສັ້ນທາງ, ສຸກສາລາ, ໂຮງຮຽນ, ສວນສາທິດ, ສິ່ງແວດລ້ອມ ແລະ ສັງຄົມ.

ໂອກາດນີ້ທ່ານ ຕິ່ງຄຳ ແກ້ວອາສາວົງ ຫົວໜ້າຫ້ອງການສິ່ງແວດລ້ອມບໍລິສັດນ້ຳງື່ມ3 ກໍ່ໄດ້ລາຍງານເຖິງຄວາມຄືບໜ້າແຕ່ລະໜ້າວຽກໃນການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ3, ວຽກງານກໍ່ສ້າງບ້ານຈັດສັນໃໝ່ ບ້ານຊຽງແດດ ສຳເລັດ64,98%, ວຽກງານຟື້ນຟູ ແລະ ປັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນບ້ານຊຽງແດດ ມີຄວາມຄືບໜ້າ38,78%, ວຽກງານກິດຈະກຳສວນສາທິດ ຄືບໜ້າ87,71%, ຄວາມຄືບໜ້າທັງໝົດໃນການຜະລິດທໍ່ສົ່ງນ້ຳ71,57%, ການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ3ປັດຈຸບັນໄດ້72,42%.

ການລົງກວດກາຄັ້ງນີ້ ປະຊາຊົນບ້ານຊຽງແດດກໍ່ໄດ້ສະເໜີໃຫ້ບໍລິສັດກວດກາ ເກັບກຳຂໍ້ມູນຄືນເນື້ອທີ່ດິນຕົກຄ້າງ, ການຍົກຍ້າຍປ່າຊ້າຂອງບ້ານ.

ໂອກາດນີ້ທ່ານຮອງເຈົ້າແຂວງໆຊຽງຂວາງ ກໍ່ໄດ້ມີຄຳຄິດເຫັນໂອ້ລົມປະຊາຊົນ ແລະ ຊີ້ນຳບໍລິສັດ ໃຫ້ຮີບຮ້ອນກໍ່ສ້າງນ້ຳລິນ, ສ້າງເສັ້ນທາງໄປປ່າຊ້າ, ກຳນົດບ່ອນຖິ້ມຂີ້ເຫື້ອຍ, ສ້າງໃຫ້ເປັນບ້ານຕົວແບບພາຍໃນແຂວງ, ປະຊາຊົນຕ້ອງເຂົ້າໃຈໃນການພັດທະນາ, ການດຳລົງຊີວິດມີການປ່ຽນແປງ, ຮ່ຳຮຽນເອົາວິທີ ເຕັກນິກການປູກຝັງລ້ຽງສັດຈາກສວນສາທິດ, ມີແນວຄິດສ້າງສາພັດທະນາ, ກຸ້ມຕົນເອງຕາມທິດສີຂຽວຍືນຍົງ, ຄະນະບ້ານຕ້ອງສຶກສາອົບຮົມ ແນວຄິດຈິດໃຈໃນການຍົກຍ້າຍມາຢູ່ບ້ານຈັດສັນ, ຕ້ອງຫັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກຳນົດເປັນບ່ອນທ່ອງທ່ຽວ ພັກຜ່ອນ ແວະກິນປາ ຂາຍເຄື່ອງປູກ ຫັດຖະກຳ ເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ບຸນມີ ແສງທຸມມີ