ໃນອີກ30ປີຕໍ່ໜ້າປະຊາກອນໂລກຈະຂາດອາຫານຢ່າງໜັກ

142

ນັກວິຊາການທົດລອງສະຖານະການໃນອີກ30ປີຕໍ່ໜ້າເມື່ອໂລກໄດ້ຮັບຜົນກະທົບຢ່າງໜັກຈາກການການກະທໍາຂອງມະນຸດ ແລະ ພົບວ່າຫຼາຍຕື້ຄົນອາດບໍ່ສາມາດເຂົ້າເຖິງອາຫານ ແລະ ນໍ້າໄດ້ໂດຍສະເພາະອາຟຣິກາ ແລະ ອາຊີໃຕ້.

ວາລະສານທາງວິຊາການ ວິທະຍາສາດໄດ້ພິມເຜີຍຜົນການສຶກສາຄົ້ນຄວ້າການທົດລອງຜົນກະທົບຂອງທໍາມະຊາດທົ່ວໂລກຕໍ່ມະນຸດເຊິ່ງຊີ້ວ່າ:ເມື່ອທໍາມະຊາດຖືກທໍາລາຍໜັກຄົນຫຼາຍເຖິງ5.000ລ້ານຄົນມີທ່າອ່ຽງຈະມີບັນຫາຂາດອາຫານ ແລະ ນໍ້າໃນໄລຍະ30ປີຕໍ່ໜ້າ ແລະ ອີກຫຼາຍຮ້ອຍລ້ານຄົນຈະຢູ່ໃນກຸ່ມປະສົບໄພພາຍຸຮ້າຍແຮງຕາມແຄມຝັ່ງທະເລ.

 

ທ່ານ ນາງ ຣີເບກກາ ແຊບລິນ ເຄຣເມີ ນັກວິທະຍາສາດດ້ານພູມສາດ ຫົວໜ້າຄະນະສຶກສາຄົ້ນຄວ້າຈາກມະຫາວິທະຍາໄລສະແຕນຟອດກ່າວວ່າ:ຫວັງວ່າຈະບໍ່ມີໃຜຕົກໃຈທີ່ຈະມີຄົນຫຼາຍຕື້ຄົນໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນປີ2050ເນື່ອງຈາກຕ່າງພາກັນຮູ້ວ່າມະນຸດຕ້ອງເພິ່ງພາທໍາມະຊາດຫຼາຍສິ່ງ,ແຕ່ການທົດລອງນີ້ຈະເຮັດໃຫ້ເຫັນພາບວ່າມະນຸດຕ້ອງເພິ່ງພາທໍາມະຊາດຫຼາຍໜ້ອຍເທົ່າໃດ.

ການທົດລອງໃນຄັ້ງນີ້ໄດ້ນໍາປັດໄຈດ້ານພູມສາດຂອງປະເທດນັ້ນໆ,ສະພາບອາກາດ,ການໄຫຼຜ່ານຂອງນໍ້າ,ພື້ນທີ່ຂຶ້ນໃກ້ໜອງ ແລະ ແມ່ນໍ້າ ແລະ ອື່ນໆມາຄິດໄລ່ວ່າປະລິມານປຸ໋ຍໃນໂຕຣເຈນຈາກຟາມບໍລິເວນຕົ້ນນໍ້າທີ່ປົນເປື້ອນໃນແຫຼ່ງນໍ້າຕະຫຼອດຮອດສຶກສາລະດັບມົນລະພິດທາງນໍ້າຈາກນັ້ນມີການວາງແຜນທີ່ປາກາລັງ,ປ່າທະເລ ແລະ ຫຍ້າທະເລທີ່ຈະສາມາດປ້ອງກັນພື້ນທີ່ແຄມຝັ່ງຈາກກະແສລົມແຮງປະກອບກັບແຜນທີ່ທີ່ຢູ່ອາໄສຂອງມະນຸດຕາມແຄມຝັ່ງທະເລເປັນຕົ້ນ.