ເສດຖະກິດໂລກມີທ່າອ່ຽງເສື່ອມໂຊມໜັກ

90

ຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາກັບຈີນສັ່ນສະເທືອນເສດຖະກິດໂລກຢ່າງໜັກ ແລະ ຕໍ່ເນື່ອງມາປີກວ່າເຮັດໃຫ້ການຂະຫຍາຍຕົວຕໍ່າທີ່ສຸດນັບຕັ້ງແຕ່ເກີດວິກິດການການເງິນໂລກເມື່ອປີ2008-2009ແຖມຍັງມີທ່າອ່ຽງເສດຖກິດໂລກອາດຈະຕົກຕໍ່າລົງອີກຖ້າບໍ່ເລັ່ງແກ້ໄຂບັນຫາຕົ້ນຕໍ.

ກອງທຶນການເງິນສາກົນຫຼືໄອເອັມເອຟເຜີຍແຜ່ບົດລາຍງານທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໂລກສະບັບຫຼ້າສຸດຄາດຄະເນວ່າຈີດີພີຂອງໂລກໃນປີ2019ຈະຂະຫຍາຍຕົວ3%ຫຼຸດລົງຈາກ3,2%ທີ່ຄາດຄະເນໄວ້ເມື່ອເດືອນ ກໍລະກົດທີ່ຜ່ານມາສ່ວນໃຫຍ່ເປັນຜົນຈາກຂໍ້ພິພາດທາງການຄ້າລະຫວ່າງອາເມຣິກາກັບຈີນທີ່ເພີ່ມຫຼາຍຂຶ້ນເຊິ່ງຄາດຄະເນດັ່ງກ່າວຖືເປັນສິ່ງທີ່ໜ້າກັງວົນສໍາລັບໄອເອັມເອຟ ແລະ ທະນາຄານໂລກຕະຫຼອດຮອດລັດຖະບານປະເທດຕ່າງໆ.

 

ບົດລາຍງາຍຊີ້ໃຫ້ເຫັນເຖິງບັນຫາ ແລະ ອຸປະສັກທາງເສດຖະກິດເຊິ່ງມີສາເຫດມາຈາກການເກັບພາສີລະຫວ່າງອາເມຣິກາກັບຈີນເຊັ່ນຕົ້ນທຶນ,ຄວາມປັ່ນປ່ວນໃນຕະຫຼາດ,ການລົງທຶນຫຼຸດລົງ ແລະ ຫ່ວງໂສ້ອຸປະທານປັ່ນປ່ວນ.

 

ໃນປີ2020ພາສີທີ່ທັງສອງປະເທດປະກາດວ່າຈະເກັບເພື່ອໂຕ້ຕອບກັນຈະດຶງຈ່ອງການຂະຫຍາຍຕົວຂອງເສດຖະກິດໂລກລົງ0,8%ຂະນະທີ່ມູນຄ່າເສດຖະກິດໂລກສູນເສຍໄປ700.000ລ້ານໂລດາສະຫະລັດຫຼືເທົ່າກັບເຮັດໃຫ້ເສດຖະກິດຂອງປະເທດ ສະວິດສູນເສຍໄປທັງປະເທດ.

 

ສໍາລັບປີໜ້າ,ໄອເອັມເອຟປະເມີນວ່າເສດຖະກິດໂລກຈະຫຍັບຂຶ້ນໄປຢູ່3,4%ພ້ອມທັງຄາດຄະເນວ່າເສດຖະກິດຂອງບຣາຊິນ,ແມັກຊິກ,ຣັດເຊຍ,ອາຣັບບີຊາອຸດິດ ແລະ ຕວັກກີຈະດີຂຶ້ນ.ແຕ່ກໍຍັງຫຼຸດຈາກຄາດຄະເນໃນເດືອນ ກໍລະກົດ ແລະ ຍັງສ່ຽງເກີດຄວາມສ່ຽງເສດຖະກິດຂາລົງ,ທັງຄວາມເຄັ່ງຕຶງທາງການຄ້າຮ້າຍແຮງຂຶ້ນ,ຄວາມປັ່ນປ່ວນອັນເປັນຜົນມາຈາກອັງກິດຖອນຕົວອອກຈາກສະຫະພາບເອີຣົບຫຼືອີຢູແບບບໍ່ມີຂໍ້ຕົກລົງໃດໆ.

 

ຜົນກະທົບຈາກບັນຫາການຄ້າທີ່ເລີ່ມຕົ້ນໂດຍອາເມຣິກາໃນໄລຍະຕົ້ນປີ2018ຈະດຶງຈີດີພີຂອງໂລກຫຼຸດລົງເຖິງ0,8%ໃນປີ2020ໂດຍໄອເອັມເອຟເຕືອນວ່າທະນາຄານກາງທົ່ວໂລກຫາກບໍ່ອອກນະໂຍບາຍທາງການເງິນໃຫ້ໄວຂຶ້ນອາດຈະເຮັດໃຫ້ຖະກິດຂະຫຍາຍຕົວຊ້າລົງ0,5%.

ຢ່າງໃດກໍຕາມ,ການທີ່ໄອເອັມເອຟປັບຕົວເລກຄາດຄະເນຈີດີພີໂລກທັງປີນີ້ ແລະ ປີໜ້າບໍ່ແມ່ນເລື່ອງທີ່ໜ້າແປກໃຈເນື່ອງຈາກປະລິມານການຄ້າລະຫວ່າງປະເທດທີ່ມີຂະໜາດເສດຖະກິດຂະໜາດໃຫຍ່ທີ່ສຸດໃນໂລກສອງປະເທດຄືອາເມຣິກາ ແລະ ຈີນຫຼຸດລົງຢ່າງຫຼວງຫຼາຍໃນເດືອນ ສິງຫາທີ່ຜ່ານມາໃນສະພາບເກີດຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາ ແລະ ຈີນທີ່ກໍາລັງຄຸກຄາມເສດຖະກິດຢູ່ໃນຂະນະນີ້.

 

ທັງນີ້ຕົວເລກຈາກກົມພາສີອາກອນຂອງຈີນລາຍງານວ່າ:ຈີນນໍາເຂົ້າສິນຄ້າຈາກອາເມຣິກາຫຼຸດລົງ22,5%ເມື່ອປຽບທຽບກັບເດືອນ ສິງຫາປີກ່ອນຫຼຸດລົງມາຢູ່ທີ່ລະດັບ10.300ລ້ານໂດລາສະຫະລັດ,ຂະນະທີ່ການສົ່ງອອກສິນຄ້າຈາກຈີນໄປອາເມຣິກາເຊິ່ງຖືເປັນຕະຫຼາດໃຫຍ່ທີ່ສຸດຂອງຈີນຫຼຸດລົງ16%ຢູ່ທີ່ລະດັບ44.400ລ້ານໂດລາສະຫະລັດ.

 

ນອກຈາກນີ້,ຂະແໜງການສົ່ງອອກຂອງຈີນຍັງປະເຊີນກັບພາວະຄວາມຕ້ອງການຫຼຸດລົງທົ່ວໂລກເນື່ອງຈາກການຂະຫຍາຍຕົວຫຼຸດລົງຂອງເສດຖະກິດໂລກເຮັດໃຫ້ການສົ່ງອອກຂອງຈີນໂດຍລວມຫຼຸດລົງ3%ໃນເດືອນ ສິງຫາທີ່ຜ່ານມາຢູ່ທີ່214.800ລ້ານໂດລາສະຫະລັດ.

 

ທ່ານ ມາກ ແຊນດິ ຫົວໜ້ານັກເສດຖະສາດຂອງມູດີ ອະນາລິຕິກກ່າວວ່າ:ມີຄວາມສ່ຽງສູງຫຼາຍທີ່ເສດຖະກິດໂລກຈະເຂົ້າສູ່ພາວະເສື່ອມໂຊມໃນໄລຍະ12-18ເດືອນຕໍ່ໜ້າ ແລະ ບັນດາຜູ້ອອກນະໂຍບາຍຂອງປະເທດທົ່ວໂລກອາດຈະບໍ່ສາມາດພິກຟື້ນສະຖານະການດັ່ງກ່າວໄດ້.

 

ໂດຍມີຄວາມສ່ຽງສູງຫຼາຍກວ່າຫາກສະຖານະການບໍ່ເປັນໄປຕາມແຜນ,ເສດຖະກິດໂລກກໍອາດຈະເຂົ້າສູ່ພາວະເສື່ອມໂຊມ;ແຕ່ຫາກເສດຖະກິດບໍ່ໄດ້ເຂົ້າສູ່ພາວະເສື່ອມໂສມດັ່ໃນໄລຍະ12-18ເດືອນຕໍ່ໜ້າກໍຄາດຄະເນວ່າເສດຖະກິດຈະອ່ອນແອລົງຫຼາຍ.