ຮ່ວມສົ່ງກໍາລັງໃຈໃຫ້ ນິ່ງ ຕົວແທນຈາກລາວປະກວດ Miss Tourism international 2019

141

ນິ່ງ ປາວິນາ ຍົງວົງສິດທິ ຈາກຕົວເເທນຂອງເເຂວງ ກ້າວສູ່ຕົວເເທນຂອງປະເທດລາວ ຈາກທີ່ກ່ອນໜ້ານີ້ ຄົນຮູ້ຈັກນິ່ງດີໃນການປະກວດ ມິສຢູນິເວິຣສລາວ 2019 ທີ່ເປັນຄົນ 1 ທີ່ໂດດເດັ່ນໃນຊ່ວງເກັບຕົວ ເເລະ ເປັນຂວັນໃຈຈາກແຟນນາງງາມບໍ່ໜ້ອຍ ເຊິ່ງໃນຮອບຕັດສິນ ນ້ອງນິ່ງ ກໍສາມາດເຂົ້າສູ່ຮອບ 10 ຄົນສຸດທ້າຍຈົນໄດ້

.

ໃນວັນທີ 5 ຕຸລາ 2019 ຜ່ານມາ ທາງກອງປະກວດ Miss Tourism international Laos 2019 ກໍໄດ້ປະກາດຢ່າງເປັນທາງການວ່າປາວິນາ ຍົງວົງສິດທິ ໄດ້ເປັນຕົວເເທນສາວລາວກ້າວຂຶ້ນສູ່ເວທີໃນປີນີ້ Miss Tourism international 2019 ທີ່ຈະຈັດຂື້ນໃນລະຫວ່າງວັນທີ 22 ຕຸລາ ຫາວັນທີ 10 ພະຈິກ 2019 ທີ່ປະເທດມາເລເຊຍ ເປັນເຈົ້າພາບ

.

ການປະກວດເວທີນີ້ ກໍເເມ່ນເລີ່ມເກັບຄະເເນນຕັ້ງເເຕ່ມື້ທໍາອິດທີ່ເລີ່ມໂຄງການ ໄລຍະເວລາເຮັດກິດຈະກໍາ ຈົນຮອດມື້ຕັດສິນ ເເລະທີ່ສໍາຄັນ ເວທີນີ້ ຍັງມີຈຸດປະສົງຫຼັກເເມ່ນການສົ່ງເສີມເສດຖະກິດ ການທ່ອງທ່ຽວຂອງເເຕ່ລະປະເທດທີ່ເຂົ້າຮ່ວມ

.

ຮ່ວມສົ່ງກໍາລັງໃຈເຊຍຕົວເເທນປະເທດລາວອີກຄົນໜຶ່ງ ນິ່ງ ວາວິນາ ຍົງວົງສິດທິ ໃນການປະກວດຄັ້ງນີ້ນໍາກັນເດີ້

.

ນິ່ງ ອາຍຸ 20 ປີ, ສູງ168 ຊັງຕີແມັດ, ນໍ້າຫນັກ 50, ສັດສ່ວນ 36,26,35.

.

.

.

.