ບັນທຶກໃນໜ້າປະຫວັດສາດ! ປະທານ FIFA ເດີນທາງຢ້ຽມຢາມ​ ສປປ​ ລາວ​

186

ໃນວັນເສົາ​ 19​ ຕຸລາ​ 2019​ ທ່ານ Gianni Infantino ປະທານສະຫະພັນບານເຕະນາໆຊາດ​ (​FIFA)​ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ​ ລາວ​ ຢ່າງເປັນທາງການ ເຊິ່ງໃນຕອນເຊົ້າ​ ວັນດຽວກັນນັ້ນ​ ໄດ້ເຂົ້າພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ​ ລາວ​ ຫລັງຈາກນັ້ນແມ່ນໄດ້ເດີນທາງໄປສະຫນາມກິລາແຫ່ງຊາດຫລັກ 16​ ແລະ​ ໃນຕອນແລງແມ່ນໄດ້ເຂົ້າມາຢ້ຽມຢາມ ຫ້ອງການ​ ສະຫະພັນບານເຕະແຫ່ງຊາດລາວ​ ແລະ​ ເຂົ້າຮ່ວມພິທີເປີດ​ ການແຂ່ງຂັນບານເຕະເຍົາວະຊົນ ຊີງ​ຂັນ ສ​ຕ​ລ ລຸ້ນ​ອາ​ຍຸ​ 15 ປີ ປະ​ຈຳ​ປີ 2019.​

ຈຸດປະສົງມາໃນຄັ້ງນີ້ກໍເພື່ອມາຢ້ຽມຢາມບັນດາແຕ່ລະປະເທດທີ່ເປັນສະມາຊິກສະຫະພັນບານເຕະນາຯຊາດ ເຊິ່ງ​ ສປປ​ ລາວ​ ເປັນປະເທດທີ​ 6 ທີ່​ ປະທານ ສະຫະພັນບານເຕະນາຯຊາດມາຢ້ຽມຢາມຕໍ່ຈາກ ເລບານອນ,​ ສປປ ເກົາຫລີ, ມົງໂກລີ,​ ບັງກະລາເທດ, ສປ ຈີນ​ ແລະ​ ສປປ ລາວ.​

ທ່ານ Gianni Infantino ປະທານສະຫະພັນບານເຕະນານາຊາດ (FIFA) ແມ່ນຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດເຊິ່ງເປັນຄົນສັນຊາດ: ສະວິດ​ ຖືກເລືອກຕັ້ງເປັນປະທານສະຫະພັນບານເຕະນາໆຊາດ (FIFA) ກາງສະໄໝ ໃນປີ 2016-2019​ ແລະ​ ຖືກເລືອກຕັ້ງອີກຄັ້ງ ໃນປີ 2019-2023,​ ຄັ້ງລ່າສຸດທີ່ປະທານ​ ສະຫະພັນບານເຕະນາໆຊາດ (FIFA) ໄດ້ມາຢ້ຽມຢາມ ສປປ ລາວ ແມ່ນປີ 2011 ໂດຍທ່ານ Joseph Blatter ສັນຊາດສະວິດ.

ຂອບໃຈຮູບຈາກ: ສຕລ