ໄຊເສດຖາຈະສະຫງວນ 2.000 ເຮັກຕາໃນ 12 ບ້ານໄວ້ສຳລັບກະສິກຳ

242

ດັ່ງທີ່ທຸກຄົນເຫັນ ທຸກວັນນີ້ສະພາບເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງຕາມມາດ້ວຍການປຸກສ້າງທີ່ຢູ່ອາໄສ ແລະອາຄານພານິຄ້າຂາຍຕ່າງໆ ເຮັດໃຫ້ພື້ນທີ່ດິນກະສິກຳນັບມື້ຫຼຸດໜ້ອຍຖອຍລົງ, ຖ້າຫາກບໍ່ມີການກຳນົດພື້ນທີ່ຄຸ້ມຄອງໃຫ້ເຂັ້ມງວດ ສະນັ້ນ ເພື່ອສະມາດຮັບປະກັນການຜະລິດສະບຽງອາຫານໃຫ້ຊາວນະຄອນຫຼວງວຽງຈັນໃນຂັ້ນພື້ນຖານສະເພາະເມືອງໄຊເສດຖາແມ່ນຈະສະຫງວນ 2.000 ກວ່າເຮັກຕາສຳລັບໄວ້ເພື່ອວຽກງານການກະເສດ.

ອີງຕາມການລົງສຳຫຼວດຂອງຂະແໜງຄຸ້ມຄອງ ແລະພັດທະນາກະສິກຳ ນະຄອນຫຼວງວຽງຈັນ ໃນໄລຍະເດືອນ ພຶດສະພາ-ກໍລະກົດ ປີ 2019 ທີ່ຜ່ານມາ ໂດຍຮ່ວມກັບພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ໄຊເສດຖາ ເຊິ່ງປະກອບດ້ວຍ ຫ້ອງວ່າການ, ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຕະຫຼອດຮອດອົງການປົກຄອງບ້ານທີ່ກ່ຽວຂ້ອງ ເພື່ອລົງກໍານົດຂອບເຂດ, ສໍາຫຼວດພື້ນທີ່ ແລະ ວາງຈຸດປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາຢູ່ ເມືອງ ໄຊເສດຖາ.

ຜົນການສໍາຫຼວດເຫັນໄດ້ວ່າ: ເນື້ອທີ່ດິນກະສິກໍາ ຈໍານວນ 2.009,50 ເຮັກຕາ ໃນຂອບເຂດ 12 ບ້ານຄື: ບ້ານ ຊຽງດາ, ນາຄວາຍໃຕ້, ນາຄວາຍກາງ, ໄຮຄຳ, ໂຊກນ້ອຍ, ໂຊກໃຫຍ່, ໂພນທອງ, ນາບຽນ, ດຸງ, ນາໄຫ, ນາໂນ ແລະ ບ້ານ ຈອມສີ ແມ່ນມີເງື່ອນໄຂກໍານົດໃຫ້ເປັນເຂດສະຫງວນທີ່ດິນກະສິກໍາໃນຕໍ່ໜ້າ.

 

 

ສະນັ້ນການໂອນກຳມະສິດທີ່ດິນ ສຳລັບຜູ້ຊື້ກໍ່ຄວນສຶກສາໃຫ້ດີບໍ່ຄວນມີການແລກປ່ຽນຊື້-ຂາຍຢູ່ເຂດສະຫງວນ ເພື່ອວ່າພວກເຮົາທຸກຄົນໄດ້ມີບ່ອນປູກບ່ອນລ້ຽງໃນວັນຂ້າງໜ້າ, ສ່ວນລາຍລະອຽດບ້ານໃດມີເນືືືື້ອທີ່ເທົ່າໃດຢູ່ຈຸດໃດແທ້ ແມ່ນບໍ່ທັນມີຂໍ້ມູນລະອຽດ.