ອົງການ ນາຊາ ສ້າງປະຫວັດສາດ ໃຊ້ນັກບິນອະວະກາດເພດຍິງທັງໝົດເປັນຄັ້ງທຳອິດ ໃນການ ເດີນທາງອອກນອກອະວະກາດ ໂດຍເປັນການປະຕິບັດພາລະກິດປ່ຽນເຄື່ອງຄວບຄຸມການກະຈາຍກະແສໄຟຟ້າເທິງສະຖານີອະວະກາດນານາຊາດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນສຸກ ທີ 18 ຕຸລາ ວ່າ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ອາເມຣິກາ (NASA) ໄດ້ອອກຖະແຫຼງການ ເມື່ອວັນສຸກ ວ່າ ທ່ານນາງຄຣິສຕີນາ ຄັອກ ແລະ ທ່ານນາງເຈສຊີກາ ເມຍ (Christina Koch and Jessica Meir) ສອງນັກບິນຍິງຂອງນາຊາ ປະສົບຜົນສຳເລັດໃນການປະຕິບັດພາລະກິດເດີນທາງອອກນອກອະວະກາດ ໂດຍໃຊເວລາ 7 ຊົ່ວໂມງ 17 ນາທີ ເພື່ອປ່ຽນເຄື່ອງຄວບຄຸມການຈ່າຍກະແສໄຟຟ້າທີ່ອາໄສພະລັງງານຈາກແສງຕາເວັນ ໃຫ້ກັບສະຖານາອະວະກາດນາໆຊາດ (ISS: International Space Station).


ທັງນີ້ ໂດຍທົ່ວໄປແລ້ວກຳນົດການເດີນທາງອອກນອກອາກາດຂອງ 2 ນັກບິນອະວະກາດຍິງ ນັ້ນແມ່ນຈະອອກເດີນທາງ ເມື່ອເດືອນມີນາ ຜ່ານມາ ແຕ່ຕ້ອງໄດ້ເລື່ອນອອກໄປກ່ອນ ເນື່ອງຈາກວ່າ ຊຸດອະວະກາດສຳລັບນັກບິນຍິງ ຢູ່ເທິງສະຖານາອະວະກາດນັ້ນບໍ່ພຽງພໍ ຂະນະທີ່ການປະຕິບັດການດັ່ງກ່າວທີ່ນອກເໜືອໄປຈາກການປະສົບຜົນສຳເລັດດ້ວຍດີແລ້ວ ຍັງເປັນຄັ້ງທຳອິດຂອງວົງການອະວະກາດໂລກ ທີ່ເຮັດພາລະກິດອອກເດີນທາງອະວະກາດ ໂດຍໃຊ້ລູກເຮືອຍິງທັງໝົດ ຖະແຫຼງການຂອງອົງການນາຊາ ລະບຸວ່າ ເປັນບາດກ້າວຄັ້ງປະຫວັດສາດ ແລະ ເປັນການປູທາງຄວາມໝັ້ນຄົງສຳລັບພາລະກິດ “ອາຣ໌ທິມິສ (Artemis)” ທີ່ຈະເປັນການກັບມາເຮັດພາລະກິດສົ່ງນັກບິນອະວະກາດອອກເດີນທາງສຳຫຼວດດວງຈັນອີກຄັ້ງ ໂດຍ ນາຊາ ຕັ້ງເປົ້າໝາຍໄວ້ພາຍໃນປີ 2024 ແລະ ກຳນົດໃຫ້ໜຶ່ງໃນທີມລູກເຮືອທີ່ເປັນນັກບິນຍິງ ຮ່ວມເຮັດພາລະກິດສຳຫຼວດດວງຈັນຄັ້ງສຸດທ້າຍຂອງອົງການນາຊາ ຄື ໂຄງການອະພອລໂລ 17 ເມື່ອເດືອນທັນວາ ປີ 1972 ແລະ ລູກເຮືອທັງ 3 ຄົນໃຊ້ເວລາຢູ່ເທິງດວງຈັນດົນ 12 ວັນ.
