ກໍາຈັດສານພິດດດ້ວຍກະທຽມສົດ ມີວິທີງ່າຍໆ

185

ກະທຽມນັບວ່າເປັນຜັກ, ຫົວຜັກທີ່ຊາວພໍ່ຄົວ ແມ່ຄົວຂາດບໍ່ໄດ້ເລີຍ ເພາະເວລາປຸງແຕ່ງອາຫານແຕ່ລະເມນູສ່ວນຫຼາຍກະທຽມເປັນສ່ວນປະກອບໃນນັ້ນໃນການແກ້ຄາວ, ເພີ່ມຄວາມຫອມ ແລະ ອື່ນໆ ທີ່ສໍາຄັນສັບພະຄຸນຂອງກະທຽມຍັງມີຄຸນຄ່າທາງສານອາຫານຢ່າງຫຼາກຫຼາຍ ແລະ ມື້ນີ້ແອັດມິນຈະມາແນະນໍາວິທີຂັບລ້າງສານຜິດອອກຈາກຮ່າງກາຍດ້ວຍຫົວກະທຽມສົດໆ…

ການກິນ ກະທຽມສົດ: ຈະໃຫ້ປະໂຫຍດກັບສຸຂະພາບຫຼາຍທີ່ສຸດ ເພາະຊ່ວຍກຳຈັດແມ່ທ້ອງໃນຮ່າງກາຍ ແລະຂັບສານພິດໄປພ້ອມກັນ, ການກຳຈັດແມ່ທ້ອງ

ພຽງແຕ່ຕັດກະທຽມເປັນຕ່ອນນ້ອຍໆ ປະມານ​ 1-2 ກີບ ແລະປະສົມກັບນໍ້າ 1 ຈອກ ດື່ມກ່ອນກິນອາຫານ ຫຼື ກິນນໍ້າກະທຽມ 6 ບ່ວງແກງ; ເອົາກະທຽມ 1 ກີບປະສົມ ກັບນໍ້າມັນໝາກພ້າວໜ້ອຍໜຶ່ງ ແລະຫົວຫອມບົ່ວ 1 ຫົວ ແລ້ວກໍກິນທຸກວັນ ຈະຊ່ວຍກຳຈັດແມ່ທ້ອງຊະນິດຕ່າງໆໄດ້

ນອກຈາກນີ້ ກະທຽມຍັງຊ່ວຍລ້າງສານພິດ ອອກຈາກຮ່າງກາຍ ແລະ ຊ່ວຍໃຫ້ມີສະມາທິຫຼາຍຂຶ້ນ ພຽງແຕ່ປາດກະທຽມປະໄວ້ໃກ້ຕົວ ແລະ ປະໃຫ້ກິ່ນຂອງມັນລອຍຢູ່ໃນອາກາດຫ້ອງຂອງທ່ານ

ກະທຽມແກ້ບັນຫາລະບົບພູມຄຸ້ມກັນ, ບັນຫາກ່ຽວກັບລຳໄສ້, ການຕິດເຊື້ອທາງເດີນຫາຍໃຈ, ບັນຫາຜິວໜັງແມ່ທ້ອງ, ການລ້າງສານພິດ, ຄວາມດັນເລືອດສູງ

ກະດູກຜ່ອຍ, ພະຍາດກ່ຽວກັບອາຍຸ ເຊັ່ນ: ອັນໄຊເມີ ແລະ ພາວະສະໝອງເສື່ອມ, ການເພີ່ມກະທຽມລົງໄປໃນອາຫານ ມັນຈະຊ່ວຍທຳຄວາມສະອາດຮ່າງກາຍຂອງເຈົ້າໄດ້ດີ ແລະ ກຳຈັດສານພິດທຸກປະເພດອອກຈາກຮ່າງກາຍ ແລະ ຍັງປ້ອງກັນບັນຫາສຸຂະພາບໃຫ້ກັບຮ່າງກາຍຂອງເຈົ້າອີກດ້ວຍ