ບັນຍາດກາດຜ່ານໄປແຕ່ໃຈຍັງຈໍາ ບຸນຊ່ວງເຮືອນະຄອນຫຼວງວຽງຈັນປີນີ້ມ່ວນຫຼາຍ

124

2019 ນີ້, ບຸນອອກພັນສາ ແລະ ປະເພນີຊ່ວງເຮືອ ຢູ່ນະຄອນຫຼວງວຽງຈັນ ມີຂຶ້ນລະຫວ່າງວັນທີ 13-14 ຕຸລາ ກົງກັບວັນອາທິດ ແລະ ວັນຈັນ ໂດຍປີນີ້ໄດ້ຈັດຢູ່ 2 ຈຸດ, ໃຊ້ເວລາແຂ່ງຂັນ 2 ມື້, ມີເຮືອ 20 ກວ່າລໍາເຂົ້າຮ່ວມ. ສ່ວນງານວາງສະແດງສິນຄ້າແມ່ນມີມາກ່ອນແລ້ວທຸກຢ່າງດໍາເນີນໄປດ້ວຍດີມີຄວາມຄຶກຄື້ນຕະຫຼອດງານ.

ລະຫວ່າງວັນທີ 10-14 ຕຸລາ ຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ວາງກຳລັງເຖິງ 200 ກວ່າທ່ານປະຈໍາ 70 ຈຸດເພື່ອຮັກສາຄວາມເປັນລະບຽບ ແລະ ອໍານວຍຄວາມສະດວກໃນການໄປມາທ່ຽວຊົມງານວາງສະແດງ ຊື້-ຂາຍສິນຄ້າ ແລະ ທ່ຽວຊົມຮ່ວມກິດຈະກໍາບຸນອອກພັນສາ ໂດຍສະເພາະຕາມຖະໜົນດອນຈັນ (ແຄມຂອງ) ແຕ່ສາມແຍກປາກປ່າສັກ ຫາ ອານຸສາວະລີເຈົ້າອານຸວົງ; ຖະໜົນເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ຫາ ຫໍພະແກ້ວເປັນຕົ້ນ.

ຊຶ່ງບຸນຊ່ວງເຮືອປີນີ້ ຈັດຢູ່ 2 ຈຸດ ຄື: ຢູ່ຫາດດອນຈັນ ແຂ່ງເຮືອນ້ອຍ 12 ສີພາຍ ແລະ ເຮືອປະເພນີ – ເຮືອສູດແມ່ນຈັດແຂ່ງຢູ່ຈຸດເກົ່າຂອງປີຜ່ານມາ ຄື: ໜ້າໂຮງແຮມແລນມາກ. ໃນນັ້ນເຮືອປະ ເພນີຕົກເປັນຂອງ ຣີສອດປາກນໍ້າຄານ ຕົວແທນແຂວງຫຼວງພະບາງ ທີ່ໃຊ້ບໍລິການສີພາຍນາວາສັກສິດ ດັບຝັນ JDB ອີກຄັ້ງ ຄວ້າແຊັມເຮືອຊ່ວງປະເພນີໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອນະຄອນ ຫຼວງວຽງຈັນ ປະຈໍາປີ 2019 ພາຍໃຕ້ສຽງຊົມເຊີຍກຶກກ້ອງມ່ວນຊື່ນຈາກຝັ່ງຂອງ; ຄວ້າຂັນແຊັມໝູນວຽນ ມູນຄ່າ 20 ລ້ານກີບ ພ້ອມຂັນເງິນ 1 ກິໂລກຣາມ ແລະ ເງິນລາງວັນ 16 ລ້ານກີບ. ສົ່ງຜົນໃຫ້ JDB ຕົກເປັນອັນດັບ 2; ອັນດັບ 3 ແມ່ນຄອນສະຫວັນ 99 (1) ແລະ ອັນດັບ 4 ຄອນສະຫວັນ 99 (2).


+ ອັນດັບການແຂ່ງຂັນເຮືອປະເພດອື່ນໆມີດັ່ງນີ້:

  • ເຮືອປະເພນີຍິງ 55 ສີພາຍ: ຊະນະເລີດຕົກເປັນຂອງ ບໍລິສັດ ແສງເພັດກໍ່ສ້າງ (ແຊັມເກົ່າ); ອັນດັບ 2 ຄອນສະຫວັນ 99 (1); ອັນດັບ 3 ຄອນສະຫວັນ 99 (2) ແລະ ອັນດັບ 4 ບ້ານທ່າພະ.

  • ເຮືອສູດຊາຍ 55 ສີພາຍ: ຊະນະເລີດຕົກເປັນຂອງ ບໍລິສັດ ແສງເພັດກໍ່ສ້າງ; ອັນດັບ 2 ທະນາຄານຮ່ວມພັດທະນາ (JDB); ອັນດັບ 3 ບໍລິສັດ ອຸດສາຫະກໍາເຫຼັກ ແລະ ອັນດັບ 4 ບໍລິສັດ ເຊື້ອໄຟ ເອເຊຍ.

  • ເຮືອກີລາ 12 ສີພາຍ: ຊະນະເລີດຕົກເປັນຂອງ ນາວາສັກສິດ; ອັນດັບ 2 ບ້ານໄຊສະຫວ່າງ; ອັນດັບ 3 ບ້ານໄຊສະຖານ ແລະ ອັນດັບ 4 ສົມຈັນ ມິນິມາກ.

ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ນະຄອນຫຼວງວຽງຈັນປີນີ້ກວມເອົາວັນພັກລາຊະ ການ ແລະ ບໍ່ມີຟ້າລົມຝົນຕົກເຮັດໃຫ້ບັນຍາກາດບໍລິເວນທ່າຊ່ວງຄຶກຄື້ນຍາວເປັນເວລາຫຼາຍເວັນ-ຄືນຕິດຕໍ່ກັນ; ມີຊາວຕ່າງປະເທດ, ປະຊາຊົນລາວຈາກຕ່າງແຂວງເລາະລ່ອງຊ່ອງຊົມຢ່າງເປັນຂະບວນມ່ວນຊື່ນ.

ແຕ່ເຖິງຢ່າງໃດກໍຕາມງານສໍາຄັນແບບນີ້ຍ່ອມເກີດຂຶ້ນ ແລະ ຄຶກຄື້ນເປັນພິເສດກໍຕໍ່ເມື່ອຍ້ອນມີຫຼາຍຄົນ ແລະ ຫຼາຍພາກສ່ວນຮ່ວມຊຸກຍູ້-ອຸປະຖໍາບໍ່ວ່າຈະເປັນສ່ວນບຸນຄົນ, ຕະຫຼອດຮອດຫ້າງຮ້ານ, ບໍລິສັດຕ່າງໆ ໂດຍສະເພາະບໍລິສັດເບຍລາວ ຍາມໃດກໍໃຫ້ຄວາມສໍາຄັນໃນການຊຸກຍູ້ສົ່ງເສີມກິດຈະກໍາອັນດີງາມສໍາຄັນຂອງຊາດໃຫ້ຄົງຢູ່ຄູ່ສັງຄົມລາວ ດັ່ງຄໍາຂວັນຂອງບໍລິສັດ ທີ່ວ່າ “Proud to be Lao” ຫຼື ພູມໃຈໃນຄວາມເປັນລາວ. ເຊັ່ນດຽວກັນກັບງານບຸນຊ່ວງເຮືອປະເພນີທີ່ນະຄອນຫຼວງວຽງຈັນປີນີ້ ບໍລິ ສັດເບຍລາວກໍເປັນຜູ່ສະໜັບສະໜູນຫຼັກ ແລະ ບໍລິສັດເບຍລາວ ຈໍາກັດ ຍັງໄດ້ໃຫ້ການສະໜັບສະໜູນງານບຸນຊ່ວງເຮືອ ຢູ່ທົ່ວປະເທດ ລວມມູນຄ່າ 1,5 ຕື້ກີບ.