ການປູກຜັກສະຫຼັດແບບກະສິກໍາທີ່ດີ

188

ຜັກສະຫຼັດເປັນພືດຕົ້ນຕໍ່າ ແຕ່ສ່ວນທີ່ຈະເລີນເຕີບໂຕຫຼາຍທີ່ສຸດຄືໃບ, ແຕ່ຈະເລີນເຕີບໂຕຕາມລະດູການຂອງແຕ່ລະສາຍພັນ, ມັນມີຖິ່ນກໍາເນີດໃນທະວີບອາຊີ ແລະ ເອີຣົບ. ຜັກສະຫຼັດມີຄຸນຄ່າທາງດ້ານສານອາຫານສູງ ເພາະວ່າມັນເປັນພືດທີ່ມີສານສີຂຽວ, ມີຄຸນຄ່າທາງດ້ານໂພຊະນາການຫຼາຍຢ່າງສາມາດບໍລິໂພກສົດໄດ້ ພ້ອມມີວິຕາມິນສູງຊ່ວຍໃຫ້ເຫືອກແຂງແຮງ, ມີທາດອາຫານຄົບ ໂດຍສະເພາະແມ່ນຟົດຟໍຣັດ, ແຄວຊຽມ, ເບຕ້າແຄໂຣທີນ. ທີ່ສໍາຄັນມັນສາມາດຈະເລີນເຕີບໂຕໄດ້ດີໃນດິນເກືອບທຸກຊະນິດ ແຕ່ດີທີ່ສຸດແມ່ນດິນຮ່ວນທີ່ມີການລະບາຍນໍ້າ ແລະ ອາກາດໄດ້ດີ. ດັ່ງນັ້ນ, ຄວາມຮູ້ກະສິກໍາມື້ນີ້ຜູ້ຂຽນກໍບໍ່ພາດທີ່ຈະຮຽບຮຽງເອົາວິທີການປູກຜັກສະຫຼັດແບບກະສິກໍາທີ່ດີມາໃຫ້ທ່ານຜູ້ອ່ານໄດ້ລອງນໍາໄປໃຊ້ນໍາກັນ.

ການກ້າເບ້ຍ: ໃຫ້ກ້າໃນໜານຂະໜາດ 4 – 5 ແມັດ, ຫວ່ານເມັດພັນໃຫ້ກະຈາຍທົ່ວໜານ ພ້ອມເອົາຝຸ່ນຄອກໂຮຍທັບບາງໆ, ປົກດ້ວຍເຟືອງ ແລະ ຫົດນໍ້າໃຫ້ຊຸ່ມຢູ່ຕະຫຼອດຈົນກວ່າຕົ້ນກ້າຈະມີໃບແທ້ 3 – 4 ໃບ ຫຼື ມີອາຍຸປະມານ 25 – 30 ວັນ ແລ້ວຄັດເລືອກເອົາຕົ້ນທີ່ສົມບູນ ແລະ ແຂງແຮງຍ້າຍລົງປູກໃນໜານ.

ການກຽມດິນ: ໃຫ້ຂຸດ ແລະ ໄຖດິນເລິກ ປະມານ 15 – 20 ຊັງຕີແມັດ, ນໍາຝຸ່ນຄອກມາປະສົມໃສ່ ພ້ອມຕາກແດດໄວ້ 5 – 7 ວັນ.

ການປູກ: ສາມາດປູກໄດ້ທັງວິທີຫວ່ານຢາຍສະເໝີທົ່ວໜານ ແລະ ວິທີປູກເປັນຕົ້ນ ທີ່ໄດ້ຈາກການກ້າເບ້ຍ, ສໍາລັບພັນໃບໄລຍະປູກລະ ຫວ່າງຕົ້ນຕໍ່ຕົ້ນ ແຖວຕໍ່ແຖວ 25 x 25 ຊັງຕີແມັດ, ສ່ວນພັນຫໍ່ຫົວ 40 x 40 ຊັງຕີແມັດ.

ການບົວລະບັດຮັກສາ: ການພວນດິນ ແລະ ກໍາຈັດວັດສະພືດຄວນເຮັດໃນໄລຍະທໍາອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜົງ, ລະບາຍນໍ້າ ແລະ ອາກາດໄດ້ດີ ພ້ອມກັບເປັນການກໍາຈັດຫຍ້າໄປພ້ອມໆກັນ, ການໃສ່ຝຸ່ນຕອນກຽມດິນປູກ ຄວນໃສ່ຝຸ່ນບົ່ມຮອງພື້ນ ປະມານ 2 – 3 ໂຕນຕໍ່ໄລ່, ໃສ່ປຸ໋ຍຢູເຣຍ ສູດ 46:00:00 ເມື່ອມີອາຍຸຄົບ 7 ວັນ ໂດຍລະລາຍໃນນໍ້າອັດຕາ 1 ບ່ວງແກງຕໍ່ນໍ້າ 10 ລິດຕໍ່ເນື້ອທີ່ 5 ຕາແມັດ ນໍາມາຫົດໃນທຸກໆ 2 ວັນ ເພື່ອເລັ່ງການຈະເລີນເຕີບໂຕໃນໄລຍະທໍາອິດ. ຫຼັງຈາກນັ້ນ, ເມື່ອມັນມີອາຍຸ   15 – 20 ວັນ ໃຫ້ໃສ່ປຸ໋ຍສູດ 15:15:15 ໃນອັດຕາ 30 – 50 ກິໂລກຣາມຕໍ່ໄລ່, ສ່ວນການໃຫ້ນໍ້າ ເນື່ອງຈາກຜັກສະຫຼັດມັນມີຮາກຕື້ນ ຈຶ່ງບໍ່ສາມາດດູດນໍ້າເລິກໄດ້ ຈຶ່ງຄວນໃຫ້ນໍາສະໝໍ່າສະເໝີ ແລະ ພຽງພໍ ໂດຍສະເພາະ 2 ອາທິດທໍາອິດທີ່ຍ້າຍປູກ ຄວນໃຫ້ນໍ້າທຸກມື້ ເຊົ້າ – ແລງ.

ການເກັບກ່ຽວ: ອາຍຸການເກັບກ່ຽວແມ່ນຂຶ້ນກັບແຕ່ລະແນວພັນ ແຕ່ໂດຍສະເລ່ຍ ປະມານ 2 ເດືອນແມ່ນສາມາດເລີ່ມເກັບຜົນຜະລິດໄດ້.

ຂໍ້ຄວນເອົາໃຈໃສ່: ແຫຼ່ງນໍ້າທີ່ໃຊ້ເຂົ້າໃນການຜະລິດຕ້ອງເປັນແຫຼ່ງນໍ້າສະອາດ, ບໍ່ມີຄວາມສ່ຽງການປົນເປື້ອນຂອງເຊື້ອຊີວະວິທະຍາ ແລະ ສານເຄມີທີ່ເປັນອັນຕະລາຍ ເປັນຕົ້ນແມ່ນແຫຼ່ງນໍ້າທີ່ໄຫຼຜ່ານເຂດໂຮງງານອຸດສາຫະກໍາ, ຄອກສັດ ແລະ ແມ່ນໍ້າທີ່ໄຫຼຜ່ານຕົວເມືອງໃຫຍ່.

ທີ່ມາ: ແຜ່ນພັບກ່ຽວກັບການປູກຜັກສະຫຼັດແບບກະສິກໍາທີ່ດີ ຂອງສູນພັດທະນາກະສິກໍາສະອາດ