ອາກາດຈະເຢັນລົງ 1 – 2 ອົງສາ

177

ອຸຕຸນິຍົມຄາດການສະພາບອາກາດໃນອາທິດຈະເຢັນລົງ  1 – 2 ອົງສາ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ເຂດພາກເໜືອລົງຫາພາກກາງ ດ້ານຕາເວັນອອກ ຈະມີລົມພັດແຮງເປັນບາງໂອກາດ ພ້ອມມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນທົ່ວທຸກພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໄລຍະວັນທີ 14 ຫາ 20 ຕຸລາ 2019 ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະເພີ່ມກໍາລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1 ຫາ 2 ອົງສາ

ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ, ສ່ວນແຂວງພາກເໜືອລົງຫາພາກກາງດ້ານຕາເວັນອອກ ຈະມີລົມພັດແຮງເປັນບາງໂອກາດ ແລະ ຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 14 – 20 ຕຸລາ 2019 ອາກາດຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ  26 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 14 – 20 ຕຸລາ 2019 ອາກາດເຢັນລົງ 1 – 2 ອົງສາ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ ແຂວງຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 16 – 19 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ພາກກາງ: ໃນໄລຍະວັນທີ 14 – 20 ຕຸລາ 2019 ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ອຸນຫະພູມຕ່ຳສຸດ 21 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ   14 – 20 ຕຸລາ 2019 ອາກາດຈະເຢັນຫາໜາວເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກໃຕ້: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019 ມີເຝື້ອປົກຄຸມເປັນບາງສ່ວນ ອາກາດເຢັນຢູ່ທົ່ວໄປ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕ່ຳສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 14 ຫາ 20 ຕຸລາ 2019 ອາກາດຈະເຢັນຫາໜາວເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 11 – 13 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019 ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 24 – 27 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ຂ່າວ: ເອຢິບ