ສູນພັດທະນາແມ່ຍິງພິການລາວ ເປີດຕົວ 4 ຜະລິດຕະພັນໃໝ່

85

ອາທິດຜ່ານມາ ສູນພັດທະນາແມ່ຍິງພິການລາວ ( ພຍລ ) ຮ່ວມກັບ ບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ຈັດພິທີເປີດຕົວ 4 ຜະລິດຕະພັນໃໝ່ ທີ່ເປັນມິດກັບສິ່ງແວດລ້ອມ ຂຶ້ນເພື່ອສ້າງໂອກາດ ແລະ ເງື່ອນໄຂໃຫ້ກຳລັງໃຈແກ່ບັນດາຄົນພິການ ໄດ້ມີວຽກເຮັດງານທຳ, ມີ ຄວາມຮູ້ – ຄວາມສາມາດໄດ້ມີໂອກາດເທົ່າທຽມກັບຄົນໃນສັງຄົມ.

ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານເອກອັກຄະລັດຖະທູດ, ຮອງທູດ ອົງການຈັດຕັ້ງສາກົນຕ່າງປະເທດປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມພິທີດັ່ງກ່າວ.

ທ່ານ ນາງ ຈັນເພັງ ສີວິລາ ຜູ້ອຳນວຍການສູນພັດທະນາແມ່ຍິງພິການລາວ ກ່າວວ່າ: ສູນ ພຍລ ໄດ້ຈັດງານເປີດຕົວ 4 ຜະລິດຕະພັນໃໝ່ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງການຜະລິດດັ່ງກ່າວແມ່ນເຮັດຈາກເຈ້ຍເສດ, ຜ້າເສດ ເຄື່ອງທີ່ບໍ່ໄດ້ໃຊ້ແລ້ວ. ນອກນັ້ນ, ຍັງມີໃຍກ້ວຍ ແລະ ເຄື່ອງປັ້ນດິນເຜົາ ທີ່ເປັນສີໄມ້ລາຍມືເອກະລັກຜົນງານພູມປັນຍາຂອງບັນດາເອື້ອຍນ້ອງແມ່ຍິງພິການ ທີ່ໄດ້ຜ່ານການຝຶກອົບຮົມໃນສູນ ພຍລ ມານຳສະເໜີໃຫ້ເຫັນເຖິງຄວາມສຳຄັນ ແລະ ຈຳເປັນ.

ການຈັດງານຄັ້ງນີ້ ເພື່ອສ້າງໂອກາດ ແລະ ເງື່ອນໄຂໃຫ້ກຳລັງໃຈແກ່ບັນດາຄົນພິການແມ່ຍິງພິການ ທີ່ສາມາດຜະລິດງານສີມືຫັດຖະກຳອອກສູ່ສັງຄົມໄດ້ຢ່າງມີກຽດ, ສ້າງໃຫ້ສັງຄົມທົ່ວໄປ ແລະ ແຂກຕ່າງປະເທດ, ນັກທ່ອງທ່ຽວ, ນັກທຸລະກິດໄດ້ຮັບຮູ້ ແລະ ຍອມຮັບໃນຫົວຄິດປະດິດສ້າງສີມືຫັດຖະກຳຂອງຄົນພິການ, ເປັນການປະກອບສ່ວນ ແລະ ມີສ່ວນຮ່ວມຊ່ວຍພັກ – ລັດໃນການພັດທະນາສີມື ແລະ ການຈ້າງງານ ໃຫ້ຄົນພິການໄດ້ມີວຽກເຮັດງານທຳ, ມີຄວາມຮູ້ – ຄວາມສາມາດ ໄດ້ມີໂອກາດເທົ່າທຽມກັບຄົນໃນສັງຄົມ ເພື່ອສະໜັບສະໜູນໃຫ້ ສພຍລ ໄດ້ມີທຶນໃນການພັດທະນາຄົນພິການໃຫ້ມີຄວາມຍືນຍົງ.

ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ມີຄຳເຫັນວ່າ: ການເປີດຕົວ 4 ຜະລິດຕະພັນໃໝ່ໃນມື້ນີ້ ໄດ້ພິສູດໄຫ້ເຫັນແລ້ວວ່າຄົນພິການ ໂດຍສະເພາະແມ່ຍິງພິການລາວ ໄດ້ມີຫົວຄິດປະດິດສ້າງຢ່າງແທ້ຈິງ ທຽມເທົ່າເພດຊາຍ ແລະ 4 ຜະລິດຕະພັນໃໝ່ດັ່ງກ່າວນີ້ ເປັນປະໂຫຍດຫຼາຍຕໍ່ສະພາບແວດລ້ອມ ທີ່ໃນທົ່ວໂລກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ເປັນພິເສດ ເພາະຜົນຜະລິດດັ່ງກ່າວຍັງເປັນມິດຕໍ່ສຸຂະພາບ ແລະ ມີຄວາມໝາຍສຳຄັນຫຼາຍ ເພາະໄດ້ມີສ່ວນພົວພັນເຖິງຫຼາຍຂົງເຂດວຽກງານຫັດຖະກຳ, ວຽກງານທ່ອງທ່ຽວ. ນອກນັ້ນ, ຍັງໄດ້ພົວພັນເຖິງການສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ແກ່ເອື້ອຍນ້ອງແມ່ຍິງພິການ.

ທ່ານກ່າວຕື່ມວ່າ: ວຽກງານການພັດທະນາຄົນພິການ ແມ່ນພັນທະໜ້າທີ່ຂອງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກພາກສ່ວນຕ່າງໆ ຈົ່ງໄດ້ຮ່ວມແຮງ, ຮ່ວມໃຈກັນສະໜັບສະໜູນການພັດທະນາຄົນພິການລາວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວວາງອອກໃນແຕ່ລະໄລຍະ ໃຫ້ປາກົດຜົນເປັນຈິງ ແລະ ຄົນພິການເອງ ກໍຕ້ອງພັດທະນາສີມືຂອງຕົນໃຫ້ສູງຂຶ້ນ ເພື່ອເຮັດໃຫ້ສັງຄົມໄດ້ຊົມໃຊ້ຜະລິດຕະພັນຫຼາຍຂຶ້ນ.

ຂ່າວ: ແກ້ວ; ຮູບ: ເມລີ