ໄຂ່ໜຶ້ງໃສ່ໝູບົດ ອາຫານງ່າຍໆແຖມໄດ້ປະໂຫຍດ

99

ລາຍການອາຫານງ່າຍໆທີ່ໃຜໆກໍເຮັດໄດ້ແຖມມີປະໂຫຍດ ກັບໄຂ່ໜຶ້ງໃສ່ໝູບົດໜຶ້ງຈົນສຸກ ແລະ ໄດ້ກິ່ນຫອມ ໂຮຍໜ້າດ້ວຍຜັກຫອມເລັກໜ້ອຍກໍແຊບແລ້ວ.

ສ່ວນປະສົມ: ໄຂ່ 4 ໜ່ວຍ, ໝູບົດ 100 ກຣາມ, ນໍ້າສະອາດ 1/2 ຖ້ວຍນ້ອຍ, ນໍ້າປາ ຫຼື ນໍ້າສະອິວ 2 ບ່ວງກາເຟ, ຜັກບົ່ວໃບຊອຍ ແລະ ກະທຽມຈຽວສໍາລັບໂຮຍໜ້າ.

ວິທີປຸງແຕ່ງ:

ຕອກໄຂ່ໃສ່ຊາມຕີໄຂ່ໃຫ້ແຕກ ໃສ່ນໍ້າສະອາດແລ້ວປຸງລົດຊາດດ້ວຍນໍ້າປາ ຫຼື ນໍ້າສະອິວ ແລະ ຕອງດ້ວຍກະເຕາະຈຶ່ງຖອກໃສ່ຖ້ວຍນ້ອຍ ຫຼື ພາຊະນະທີ່ຈະໃຊ້ໜຶ້ງ.

ສຸດທ້າຍຕັກໝູບົດໃສ່ແລ້ວນໍາໄປໜຶ້ງດ້ວຍໄຟອ່ອນປະມານ 20 – 30 ນາທີ ພໍສຸກໃຫ້ໂຮຍດ້ວຍຜັກບົ່ວໃບ ເທົ່ານີ້ກໍຮຽບຮ້ອຍ ເວລາເສີບຈະໂຮຍກະທຽມຈຽວໃສ່ຕື່ມກໍໄດ້.

ຂໍ້ມູນຈາກ: Meaban.com, ຮຽບຮຽງ: ນຸ້ມນິ້ມ