ໝາກໄມ້ແກ້ເຈັບຄໍໃນສະພາບອາກາດເລີ່ມເຢັນ

66

ຖ້າມີອາການເຈັບຄໍແຕ່ບໍ່ຢາກກິນຢາ ລອງກິນໝາກໄມ້ແກ້ເຈັບຄໍບັນເທົາອາການ ເພາະໝາກໄມ້ເຫຼົ່ານີ້ມີສັບພະຄຸນແກ້ໄອ, ແກ້ເຈັບຄໍ ແລະ ຊ່ວຍຂັບຂີ້ກະເທີ່ອີກດ້ວຍ.

ໝາກນາວ: ການດື່ມນໍ້າໝາກນາວເປັນສູດແກ້ເຈັບຄໍມາດົນນານ ເພາະໝາກນາວມີວິຕາມິນຊີສູງ ແລະ ມີກົດຊີຣິກທີ່ຊ່ວຍບັນເທົາອາການເຈັບຄໍ ຖ້າດື່ມນໍ້າໝາກນາວປະສົມນໍ້າເຜິ້ງຍິ່ງມີລິດຂ້າເຊື້ອພະຍາດໃນຄໍ ແລະ ຍັງຊ່ວຍແກ້ໄອໄດ້ພ້ອມ.

ໝາກຂາມປ້ອມ: ໃນໝາກຂາມປ້ອມຈະມີວິຕາມິນຊີສູງ ແລະ ມີສານແທນນິນທີ່ມີຄຸນສົມບັດແກ້ເຈັບຄໍ, ແກ້ໄອ, ຫຼຸດຂີ້ກະເທີ່ ແລະ ບັນເທົາອາການຫວັດ ເມື່ອມີອາການເຈັບຄໍໃຫ້ເອົາໝາກຂາມປ້ອມຈໍ້າເກືອເລັກໜ້ອຍ ກັດແລ້ວອົມໄວ້ຈະຊ່ວຍໃຫ້ຊຸ່ມຄໍຂຶ້ນ.

ໝາກຂາມ: ໝາກຂາມເປັນໝາກໄມ້ທີ່ຫາກິນໄດ້ງ່າຍ ແລະ ມີວິຕາມິນຊີຫຼາຍ ຈຶ່ງຊ່ວຍແກ້ອາການເຈັບຄໍພ້ອມທັງບັນເທົາອາການຫວັດ ໂດຍແກະເອົານວນໝາກຂາມສຸກມາຈໍ້າເກືອ ຫຼື ໝາກດິບກໍໄດ້ ກິນເລື້ອຍໆຈະຊ່ວຍໃຫ້ຊຸ່ມຄໍ ແລະ ອາການເຈັບຄໍກໍຈະຄ່ອຍເຊົາ.

ໝາກກ້ຽງ: ເປັນໝາກໄມ້ລົດສົ້ມອົມຫວານມີສັບພະຄຸນດີຕໍ່ອາການເຈັບຄໍເພາະມີວິຕາມິນຊີສູງ ໂດຍການກິນໝາກກ້ຽງເລື້ອຍໆ ຫຼື ນໍາມາບີບເອົາແຕ່ນໍ້າປຸງລົດດ້ວຍເກືອເລັກໜ້ອຍດື່ມແກ້ເຈັບຄໍໄດ້ເຊັ່ນກັນ.

ຂໍ້ມູນຈາກ: health.kapook.com,  ຮຽບຮຽງ: ນຸ້ມນິ້ມ