ໂຕເອງ ສະດູດີໂອ ຈັດກິດຈະກໍາຄັດເລືອກນັກຮ້ອງໜ້າໃໝ່

163
ກິດຈະກໍາການປະກວດຮ້ອງເພງຂອງເພຈ໌ ໂຕເອງ ສະຕູດີໂອ ( Toeng Studio ) ແມ່ນເປັນການປະກວດຮ້ອງເພງລາວທຸກແນວເພງທາງອອນລາຍ ໂດຍການປະກວດສຽງຮ້ອງສົດ, ສຽງຮ້ອງປະກອບກີຕ້າ ແລະ ປະກອບຄີບອດ, ແຕ່ຍົກເວັ້ນການຮ້ອງປະກອບດົນຕີເພງ. ທັງນີ້, ກໍເພື່ອພິສູດຄວາມສາມາດຂອງຕົວນັກຮ້ອງເອງ ແລະ ເພື່ອໃຫ້ທຸກຄົນໄດ້ສະແດງຄວາມສາມາດຂອງຕົນເອງແທ້ໆອອກມາ.
ຈຸດປະສົງຂອງການຈັດການປະກວດ ແມ່ນເພື່ອຢາກໃຫ້ຊາວໜຸ່ມລາວທົ່ວປະເທດໄດ້ສະແດງຄວາມສາມາດຂອງຕົນເອງອອກສູ່ສັງຄົມ ແລະ ເປີດໂອກາດໃຫ້ຜູ້ທີ່ຢາກມີຜົນງານເພງເປັນຂອງຕົນເອງ ໄດ້ສະແດງ ແລະ ພິສູດຄວາມສາມາດຂອງຕົນເອງວ່າມີຄວາມພ້ອມໃນການເປັນສິລະປິນນ້ອງໃໝ່ປະດັບວົງການບັນເທີງ.
ການປະກວດຄັດເລືອກໄດ້ເລີ່ມຂຶ້ນຕັ້ງແຕ່ວັນທີ 10 ຕຸລາ 2019 ເຊິ່ງໄດ້ມີຜູ້ສົນໃຈສົ່ງຄລິບວິດີໂອເຂົ້າມາຢ່າງຫຼວງຫຼາຍ ແລະ ຄລິບວິດີໂອດັ່ງກ່າວກໍໄດ້ຖືກປ່ອຍອອກອາກາດທາງເພຈ໌ຂອງ Toeng Studio ເພື່ອໃຫ້ມວນຊົນໃຫ້ຄະແນນ ແລະ ຕໍາໜິຕິຊົມ.
ກະຕິກາໃນການໃຫ້ຄະແນນກໍຄືຈໍານວນຍອດກົດໄລຄ໌ ແລະ ແຊຣ໌ແບບຂາວສະອາດ ເຊິ່ງເຟສບຸ໊ກໜຶ່ງສາມາດກົດແຊຣ໌ວິດີໂອໄດ້ບໍ່ເກີນ 3 ແຊຣ໌ ຖ້າແຊຣ໌ກາຍນັ້ນຈະບໍ່ນັບຄະແນນ, ຍອດກົດໄລຄ໌, ຍອດວິວຂອງວິດີໂອ ແລະ ຍອດຄົນເຂົ້າເຖິງເປັນຕົວຕັດສິນເພື່ອທີ່ຈະຜ່ານເຂົ້າໄປໃນຮອບຊີງຊະນະເລີດ, ການປະກວດຈະດໍາເນີນໄປເຖິງວັນທີ 10 ພະຈິກ 2019 ແລະ ປະກວດຜູ້ເຂົ້າຮອບຊີງຊະນະເລີດ 10 ຄົນສຸດທ້າຍ ໃນວັນທີ 11 ພະຈິກ 2019.
ຜູ້ທີ່ໄດ້ຮັບລາງວັນຊະນະເລີດ 3 ຄົນ ຈະໄດ້ມີຜົນງານເພງເປັນຂອງຕົນເອງ ເຊິ່ງທາງທີມງານຂອງເພຈ໌ Toeng Studio ຈະເປັນຜູ້ປະພັນເນື້ອຮ້ອງ, ເຮັດດົນຕີ, ອັດສຽງຮ້ອງ ແລະ ຖ່າຍທໍາມິວສິກວິດີໂອໃຫ້ຜູ້ຊະນະເລີດທັງ 3 ຄົນໂດຍບໍ່ເສຍຄ່າ. ຂ່າວ: ນຸ້ມນິ້ມ, ຮູບ: Toeng Studio