ສອງພາກສ່ວນຮ່ວມສ້າງໂອກາດການຮຽນຮູ້ ຜ່ານເຕັກໂນໂລຊີໃຫ້ກັບນັກຮຽນພິການ

104

ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວ ຮ່ວມມືກັບ ອົງການອາຫານໂລກ ປະຈຳ ສປປ ລາວ ຈັດກິດຈະກຳສ້າງໂອກາດການຮຽນຮູ້ໃຫ້ກັບນັກຮຽນພິການຫູ ແລະ ປາກຜ່ານເຕັກໂນໂລຊີ ໃຫ້ເທົ່າທຽມກັບຄົນທົ່ວໄປໃນສັງຄົມ ເປັນຕົ້ນແມ່ນການສອນພາສາມື ໂດຍນຳໃຊ້ແອັບພລິເຄຊັນໃນ Samsung Tablet, ຈັດປຶ້ມເຂົ້າຫ້ອງສະໝຸດ ແລະ ການແຂ່ງຂັນປຸງແຕ່ງອາຫານ.

ກິດຈະກຳດັ່ງກ່າວໄດ້ມີຂຶ້ນໃນວັນທີ 17 ຕຸລາ 2019 ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ຊຶງໂຮຊອຍ ຜູ້ອຳນວຍການ ບໍລິສັດ ລາວຊຳຊຸງ ເອເລັກ ໂຕຣນິກ ຈຳກັດຜູ້ດຽວ ກ່າວວ່າ: ຍ້ອນການສຶກສາ ແລະ ອາຫານທີ່ຫຼາກຫຼາຍເພື່ອສຸຂະພາບທີ່ດີ ເປັນສິ່ງທີ່ສຳຄັນຂອງທຸກໆຄົນໃນສັງຄົມ ແລະ ທຸກຄົນມີສິດທີ່ຈະເຂົ້າເຖິງແຫຼ່ງດັ່ງກ່າວ ເຊັ່ນດຽວກັບນັກຮຽນ 90 ກວ່ານ້ອງ ທີ່ມີບັນຫາເລື່ອງການເວົ້າ ແລະ ການໄດ້ຍິນທີ່ໂຮງຮຽນພິເສດນະຄອນຫຼວງແຫ່ງນີ້.

ທາງບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈຶ່ງໄດ້ປັບປຸງຫ້ອງເປົ່າວ່າງໃຫ້ກາຍເປັນຫ້ອງສະໝຸດໃຫ້ກັບໂຮງຮຽນ. ພ້ອມດຽວກັນນັ້ນ, ກໍໄດ້ບໍລິຈາກປຶ້ມແບບຮຽນຫຼາຍກວ່າ 400 ຫົວ ເພື່ອເພີ່ມໂອກາດການຮຽນຮູ້ໃຫ້ກັບນ້ອງໆ. ນອກຈາກນັ້ນ, ຍັງໄດ້ມອບ Samsung Tablet ຈຳນວນ 6 ໜ່ວຍ ໃຫ້ໂຮງຮຽນເພື່ອທີ່ຈະເປັນເຄື່ອງມືໃນການຊ່ວຍການຮຽນ – ການສອນພາສາມືໃຫ້ກັບອາຈານ ແລະ ນັກຮຽນ ໂດຍໃຊ້ Samsung Tablet ແລະ ແອັບພາສາມື HANDME ທີ່ເປັນແອັບພາສາມືສ້າງໂດຍຄົນລາວ ແລະ ໄດ້ຖືກນຳມາພັດທະນາຕໍ່ໂດຍ ບໍລິສັດ Bizgital.

ໃນຂະນະດຽວກັນນັ້ນ, ເພື່ອເປັນການສົ່ງເສີມໂພຊະນາການທາງດ້ານອາຫານໃຫ້ແກ່ນັກຮຽນ, ໂຮງຮຽນດັ່ງກ່າວ ອົງການອາຫານໂລກ ໄດ້ໃຫ້ການຊ່ວຍເຫຼືອໂຄງການລ້ຽງອາຫານ ( School Meal Program ) ສາມຄາບຕໍ່ມື້ໃຫ້ກັບນັກຮຽນ ເຊິ່ງແຕ່ລະຄາບປະກອບມີ: ເຂົ້າ, ຖົ່ວເຫຼືອງ, ນໍ້າມັນທັນຍາພືດ ແລະ ປາກະປ໋ອງ ເຊິ່ງໂຄງການດັ່ງກ່າວນີ້ແມ່ນໄດ້ຖືກຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2018.

ນອກຈາກນັ້ນ, ຕົວແທນຈຳໜ່າຍຂອງຊໍາຊຸງ ນັ້ນກໍຄືຮ້ານ LTH ໄດ້ມອບກະເປົ໋າເປ້, ກະເປົ໋າພາຍ ແລະ ເສື້ອກີລາ ໃຫ້ກັບນັກຮຽນຂອງໂຮງຮຽນດັ່ງກ່າວ ເພື່ອໃຊ້ເຂົ້າໃນການຮໍ່າຮຽນ ແລະ ຮ້ານ SCE ຫຼື ກຸ່ມບໍລິສັດ ໂຊກໄຊໄດ້ບໍລິຈາກນໍ້າດື່ມໃຫ້ກັບທາງໂຮງຮຽນ ຈຳນວນ 20 ແກັດເຊັ່ນດຽວກັນ.

ການເຮັດກິດຈະກຳຮ່ວມກັນໃນຄັ້ງນີ້, ທຸກຄົນໄດ້ຮຽນຮູ້ເຊິ່ງກັນ ແລະ ກັນຫຼາຍຢ່າງ ໂດຍສະເພາະແມ່ນການໃຊ້ຊີວິດຂອງນັກຮຽນພິການຫູ ແລະ ປາກ ທີ່ມີຂໍ້ຫຍຸ້ງຍາກຫຼາຍດ້ານໃນສັງຄົມ ເຊັ່ນ: ການສື່ສານກັບສັງຄົມພາຍນອກ.

ຂ່າວ: ແກ້ວ; ຮູບ: ອົ້ນ