ນຳໃຊ້ຜົນການກວດສອບສິດທິບັດຂອງ ສ.ເກົາຫຼີສ້າງຄວາມສະດວກໃນການອອກສິດທິບັດ

147

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ສຳນັກງານຍຸດທະສາດຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ ( KISTA ) ແລະ ສໍານັກງານຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ ( KIPO ) ໄດ້ເປີດກອງປະຊຸມສຳມະນາ ກ່ຽວກັບການນຳໃຊ້ຜົນການກວດສອບສິດທິບັດຂອງ ສ.ເກົາຫຼີ ເພື່ອອຳນວຍຄວາມສະດວກໃນການອອກສິດທິບັດຂອງ ສປປ ລາວ ພາຍໃຕ້ໂຄງການ IP Consulting Project – Capacity Building. ຈຸດປະສົງເພື່ອສຶກສາຮຽນຮູ້, ແລກປ່ຽນ ແລະ ຖອດຖອນບົດຮຽນເອົາປະສົບການໃໝ່ໆ, ການເຂົ້າເຖິງຂໍ້ມູນສິດທິບັດ ເພື່ອນຳໃຊ້ເຂົ້າໃນຂົງເຂດວຽກງານ ແລະ ແທດເໝາະກັບຕົວຈິງ.

ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກວຕ ກ່າວວ່າ: ຄືດັ່ງທີ່ຮູ້ນຳກັນວ່າໃນໂລກແຫ່ງການແຂ່ງຂັນທາງດ້ານທຸລະກິດ ແລະ ຕະຫຼາດການຄ້າເສລີນັ້ນ ບັນຫາການປົກປ້ອງຊັບສິນທາງປັນຍາແມ່ນນັບມື້ມີຄວາມສຳຄັນຢ່າງຍິ່ງໄດ້ຊຸກຍູ້ໃຫ້ເສດຖະກິດໂລກໃນຍຸກສະໄໝໃໝ່ຈະເລີນເຕີບໂຕຂຶ້ນ ເຊິ່ງຜົນສຳເລັດຂອງການພັດທະນາເຕັກໂນໂລຊີນັ້ນ ສ່ວນໜຶ່ງກໍແມ່ນຍ້ອນມີລະບົບຊັບສິນທາງປັນຍາທີ່ດີ ເພາະການນຳໃຊ້ລະບົບຊັບສິນທາງປັນຍາຢ່າງມີປະສິດທິຜົນຈະສົ່ງເສີມຫົວຄິດປະດິດສ້າງຂອງມະນຸດ, ສົ່ງເສີມການຖ່າຍທອດເຕັກໂນໂລຊີ ກໍຄືການລົງທຶນຈາກຕ່າງປະເທດ, ສົ່ງເສີມທຸລະກິດການຄ້າທາງພາຍໃນ ແລະ ລະຫວ່າງປະເທດ ເພື່ອຮັບປະກັນຄວາມເປັນທຳໃນສັງຄົມ.

ທ່ານກ່າວຕື່ມວ່າ: ວຽກງານຊັບສິນທາງປັນຍາຍັງເປັນວຽກງານໜຶ່ງທີ່ຊ່ວຍໃນການພັດທະນາເສດຖະກິດຂອງຊາດ ເຊິ່ງໃນຫຼາຍໆປະເທດໄດ້ຖືເປັນບັນຫາສຳຄັນ ແລະ ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການຫັນປະເທດໃຫ້ເປັນປະເທດອຸດສາຫະກຳທັນສະໄໝເທື່ອລະກ້າວ.

ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບ ຄວາມຮູ້ພື້ນຖານກ່ຽວກັບສິດທິບັດໃນ ສປປ ລາວ, ວິທີການຊອກຄົ້ນສິດທິບັດ, ການກວດສອບສິດທິບັດໂດຍການນຳໃຊ້ຜົນການກວດຄົ້ນ ແລະ ຜົນກວດສອບຂອງ ສ.ເກົາຫຼີ ແລະ ຄວາມຮູ້ທົ່ວໄປກ່ຽວກັບບົດອະທິບາຍການປະດິດສ້າງຈາກນັກວິທະຍາກອນຈາກຂະແໜງການທີ່ກ່ຽວຂ້ອງພາຍໃນກົມ ແລະ ຈາກຕ່າງປະເທດໃນຂໍ້ຫົວຕ່າງໆ.

ກອງປະຊຸມສຳມະນາດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ 2019 ທີ່ໂຮງແຮມວຽງຈັນ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກວຕ ແລະ ທ່ານ Jaehee Hwang, KISTA, ມີບັນດາຜູ້ຕາງໜ້າຈາກກົມ, ສະຖາບັນພ້ອມດ້ວຍພະນັກງານວິຊາທີ່ກ່ຽວຂ້ອງ ແລະ ກະຊວງອ້ອມຂ້າງເຂົ້າຮ່ວມ 50 ກວ່າຄົນ.

ກອງປະຊຸມຈະດຳເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 17 – 18 ຕຸລາ 2019 ຈຶ່ງໄດ້ປິດລົງ.

ຂ່າວ – ຮູບ: ສົມສະຫວິນ