ແຂວງສາລະວັນ ເປີດບໍລິການຊຳລະຄ່ານ້ຳປະປາຜ່ານລະບົບທະນາຄານ

70

ວັນທີ 16 ຕຸລາຜ່ານມາ ຢູ່ລັດວິສາຫະກິດນໍ້າປະປາ ແຂວງ ສາລະວັນ ໄດ້ມີພິທີເຊັນສັນຍາການຊໍາລະຄ່າບໍລິການນ້ຳປະປາດ້ວຍລະບົບທະນາຄານ ສົ່ງເສີມກະສິກຳແຂວງ, ລົງນາມໂດຍ ທ່ານ ບັນດິດ ວົງໄຊ ຫົວໜ້າທະນາຄານ ສົ່ງເສີມກະສິກຳ ສາຂາແຂວງສາລະວັນ ແລະ ທ່ານ ຄຳມະນີ ເຫຼົາຄຳ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງ ໂດຍຊ້ອງໜ້າ ທ່ານ ບຸນຖຽນ ພົມມະວົງສີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຜົນການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ການບໍລິການແກ່ລູກຄ້າມີຄວາມສະດວກສະບາຍ ໃນການຊຳລະຄ່ານ້ຳປະປາ ແລະ ເພື່ອຕິດຕາມການຊຳລະໃນແຕ່ລະຄັ້ງໄດ້ສະດວກ, ງ່າຍຂຶ້ນ ຕາມການເຫັນດີ ແລະ ເປັນເອກະພາບລະຫວ່າງລັດວິສາຫະກິດນ້ຳປະປາແຂວງ ກັບ ທະນາຄານສົ່ງເສີມກະສິກຳແຂວງ ທີ່ໄດ້ມີການປຶກສາຫາລືຮ່ວມກັນ ເພີ່ມຊ່ອງທາງທີ່ສະດວກສະບາຍໃຫ້ແກ່ລູກຄ້າທີ່ຕ້ອງການຊໍາລະຄ່ານໍ້າປະປາດ້ວຍເງິນສົດ ແລະ ການໂອນເງິນດ້ວຍຫຼາຍຊ່ອງທາງຜ່ານລະບົບ ທສກ, ທັງໄດ້ກຳນົດອັດຕາຄ່າທຳນຽມບໍລິການຂອງທະນາຄານ ນຳລັດວິສາຫະກິດນໍ້າປະປາ ໃນວົງເງິນ 1% ຕໍ່ເດືອນຂອງຍອດຊໍາລະ 500 ລ້ານກີບລົງມາ ແລະ 0,7% ຕໍ່ເດືອນ ຂອງຍອດຊໍາລະແຕ່ 501 ລ້ານກີບຂຶ້ນໄປ, ທັງຈະໄດ້ຕັດຄ່າທໍານຽມ 1 ຄັ້ງຕໍ່ເດືອນ ໂດຍແຈ້ງມູນຄ່າທຳນຽມທີ່ຈະຕັດໃຫ້ຄູ່ສັນຍາຊາບກ່ອນ 1 ວັນ ພາຍຫຼັງໄດ້ເຊັນຢັ້ງຢືນຮັບຮູ້ຖືກຕ້ອງແລ້ວທະນາຄານຈະອອກໃບແຈ້ງໃຫ້ທາງລັດວິສາຫະກິດ ເພື່ອເປັນຫຼັກຖານໃນການຕັດເງິນຢູ່ບັນຊີ.

ສັນຍາສະບັບນີ້ ມີ 7 ມາດຕາ, ກຳນົດອາຍຸສັນຍາ 3 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຂ່າວ – ຮູບ: ທິດລານີ ໂຄດໂຍທາ