5 ປີ ເມືອງພຽງ ຈໍາໜ່າຍຜະລິດຕະພັນອຸດສາຫະກໍາ – ຫັດຖະກໍາ ໄດ້ກວ່າ 500 ຕື້ກີບ

189

ຕະຫຼອດໄລຍະ 5 ປີຜ່ານມາ ສະພາບເສດຖະກິດພາຍໃນເມືອງພຽງ ແຂວງໄຊຍະບູລີ ເຖິງວ່າຈະມີການຜັນແປ ແລະ ຫຍຸ້ງຍາກດ້ານການເງິນ ບວກກັບຜົນກະທົບຈາກໄພທໍາມະຊາດ ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ຊີ້ນໍາ – ນໍາພາຢ່າງໃກ້ຊິດຂອງການນໍາແຂວງ, ເມືອງ, ຄວາມເປັນເຈົ້າການຂອງຂະແໜງການ, ການປະກອບສ່ວນຂອງບັນດາຫົວໜ່ວຍການຜະລິດ – ທຸລະກິດ ແລະ ຄວາມສູ້ຊົນບຸກບືນຂອງປະຊາຊົນບັນດາເຜົ່າ ໄດ້ເຮັດໃຫ້ເສດຖະກິດຂອງເມືອງພຽງ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂເທື່ອລະກ້າວ.

ທ່ານ ສຸວັນທອງ ພູມມາວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງພຽງ ໄດ້ໃຫ້ຮູ້ວ່າ: ເສດຖະກິດໂດຍລວມຂອງເມືອງແມ່ນມີການຂະຫຍາຍຕົວຕໍ່ເນື່ອງຢູ່ໃນລະດັບ ສະເລ່ຍ 9,3% ຕໍ່ປີ, ລວມຍອດລາຍຮັບໄດ້ 1.293 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 20,70 ລ້ານກີບ ຫຼື ເທົ່າກັບ 2.588 ໂດລາສະຫະລັດ ທຽບໃສ່ປີ 2014 ເພີ່ມຂຶ້ນ 803 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, 5 ປີຜ່ານມາ ເມືອງແມ່ນໄດ້ສຸມໃສ່ຄຸ້ມຄອງຂຶ້ນທະບຽນຫົວໜ່ວຍທຸລະກິດ ຈໍານວນ 683 ຫົວໜ່ວຍ.

ໃນນີ້, ຂະແໜງອຸດສາຫະກໍາ – ຫັດຖະກໍາ 133 ຫົວໜ່ວຍ, ຂະແໜງການຄ້າ 326 ຫົວໜ່ວຍ ແລະ ຂະແໜງບໍລິການ 208 ຫົວໜ່ວຍ, ພ້ອມທັງໄດ້ສົ່ງເສີມກຸ່ມຜະລິດຫັດຖະກໍາທີ່ເປັນເອກະລັກຂອງທ້ອງຖິ່ນ ເປັນຕົ້ນແມ່ນ: ການຕໍ່າແຜ່ນແພ, ຖັກແສ່ວ, ຈັກສານ, ປັດໄຈໃໝ່ແມ່ນໄດ້ຕິດຕັ້ງໂຮງສີເຂົ້າທັນສະໄໝ 7 ແຫ່ງ, ໂຮງງານປີບນໍ້າມັນປາມ 1 ແຫ່ງ, ໄດ້ປະກາດຮັບຮອງເອົາກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ( ODOP ) ໄດ້ 2 ລາຍການ ຄື: ແຜ່ນແພເຜົ່າລື້ ແລະ ຍູກວດແຂມ, ຊຸກຍູ້ການຜະລິດອຸດສາຫະກໍາ – ຫັດຖະກໍາເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ລວມຍອດມູນຄ່າຜະລິດອຸດສາຫະກໍາ – ຫັດຖະກໍາ ບັນລຸ 488,15 ຕື້ກີບ ລວມມູນຄ່າຈໍາໜ່າຍຜະລິດຕະພັນໄດ້ 539,65 ຕື້ກີບ. ນອກນີ້, ຍັງໄດ້ຈັດຕັ້ງປະຕິບັດການລົງທຶນທັງໝົດ 95 ໂຄງການ ມູນຄ່າ 234,27 ຕື້ກີບ, ທຽບໃສ່ປີ 2014 ເພີ່ມຂຶ້ນ 0,48%, ທຽບໃສ່ຄາດໝາຍປະຕິບັດໄດ້ 19,77%. ໃນນີ້, ທຶນຂອງລັດ 32 ໂຄງການ ມູນຄ່າ 113,93 ຕື້ກີບ ເທົ່າກັບ 48,63%, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) 8 ໂຄງການ ມູນຄ່າ 1,43 ຕື້ກີບ ເທົ່າກັບ 0,61%, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 10 ໂຄງການ ມູນຄ່າ 54,39 ຕື້ກີບ ເທົ່າກັບ 23,22%, ທຶນຂອງປະຊາຊົນ 23 ໂຄງການ ມູນຄ່າ 20,26 ຕື້ກີບ ເທົ່າກັບ 8,65%, ທຶນຈາກສິນເຊື່ອທະນາຄານ ແລະ ສະຖາບັນການເງິນຕ່າງໆ 44,26 ຕື້ກີບ ເທົ່າກັບ 18,89%. ພ້ອມນີ້, ຍັງໄດ້ເອົາໃຈໃສ່ຕໍ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງມີກອງທຶນພັດທະນາບ້ານ 28 ກອງທຶນ, ມີສະມາຊິກ 5.169 ຄົນ, ມີເງິນໝູນວຽນທັງໝົດ 20 ຕື້ກີບ, ມາຮອດປັດຈຸບັນຄອບຄົວທຸກຍາກຍັງເຫຼືອ 45 ຄອບຄົວ ເທົ່າກັບ 0,33% ຂອງຄອບຄົວທັງໝົດ ( ຕາມດໍາລັດ 309/ລບ ) ແລະ 1.399 ຄອບຄົວ ເທົ່າກັບ 12,23% ( ຕາມດໍາລັດ 348/ລບ ).

ໂດຍ: ອຸ່ນເຮືອນ ໂພທິລັກ